ບັນດາຫລັງເຮືອນມະຫາສາມັກຄີ: ໝາກຜົນຂອງນະໂຍບາຍເພື່ອຄົນທຸກຍາກ
04/01/2024 09:56
(VOVWORLD) -ໃນຊຸມມື້ຜ່ານມາ, ມີເຮືອນມະຫາສາມັກຄີນັບພັນຫລັງ ໄດ້ມອບໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ຢູ່ ຫລາຍທ້ອງຖິ່ນຂອງຫວຽດນາມ. ການເຄື່ອນໄຫວນີ້ຍິ່ງມີຄວາມໝາຍກວ່າ ເມື່ອບຸນປີໃຫມ່ປະຈຳຊາດ ຂອງຊາວຫວຽດນາມ ໃກ້ຈະວຽນມາ. ເລື່ອງມອບເຮືອນມະຫາສາມັກຄີໃຫ້ຜູ້ທຸກຍາກເປັນການສະແດງໃຫ້ເຫັນນະໂຍບາຍມະນຸດສາດຂອງລັດ, ການຮ່ວມແຮງຮ່ວມໃຈຂອງປະຊາຄົມເພື່ອໃຫ້ຜູ້ທຸກຍາກມີຊີວິດດີກວ່າ, ປະກອບສ່ວນຮັບປະກັນຊີວິດສັງຄົມ.

ທ່ານປະທານປະເທດ ຫວໍວັນເຖືອງ ຕັດແຖບຜ້າເປີດສະຫລອງ, ມອບເຮືອນມະຫາສາມັກຄີ 1.400 ຫລັງຢູ່ແຂວງ ເຫົ້າຢາງ ພາບ: qdnd.vn ການຮັບປະກັນຊີວິດສັງຄົມ,ໃນນັ້ນ ຮັບປະກັນບ່ອນຢູ່ໃຫ້ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຂອງທຸກອຳນາດການປົກຄອງໃນວິວັດການສ້າງສາ ແລະ ພັດທະນາຢູ່ແຕ່ລະທ້ອງຖິ່ນກໍ່ຄືໃນທົ່ວປະເທດ.
TAG
VOV/VOVworld/ຊີວິດການເປັນຢູ່/ເຮືອນມະຫາສາມັກຄີ
Related








