VOV WorldVOV World
ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ
28/09/2023 09:00
(VOVWORLD) -ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການເຂົ້າຮ່ວມ ກອງປະຊຸມປຶກສາຫາລື ລວມຂັ້ນສູງຂອງ ກອງປະຊຸມ ຄັ້ງທີ 78 ສະມັດຊາໃຫຍ່ ສປຊ ແລະ ສົມທົບວຽກງານການເຄື່ອນໄຫວສອງຝ່າຍທີ່ ສະຫະລັດອາເມລິກາ ແລະ ບຣາຊິນ ແຕ່ວັນທີ 17-26 ກັນຍາ. ໃນຂະນະດຽວກັນນັ້ນ, ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສຳເລັດການໄປຢ້ຽມຢາມ ບັງກະລາເທດ ແລະ ບຸນກາລີ ຢ່າງເປັນທາງການຢ່າງຈົບງາມ ແຕ່ວັນທີ 21-26 ກັນຍາ. ບັນດາການໄປປະຕິບັດງານຄັ້ງຫຼ້າສຸດຂອງການນຳພັກ-ລັດ ຫວຽດນາມ, ພ້ອມກັບໝາກຜົນທາງການທູດໄລຍະຜ່ານມາ, ໄດ້ສ້າງຂີດໝາຍໃໝ່ກ່ຽວກັບຫວຽດນາມບົນເວທີສາກົນ.
ບັນດາຂີດໝາຍດ້ານການທູດໄດ້ນຳເອົາສານສະບັບໃຫມ່ມາໃຫ້ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ບັງກະລາເທດ.ພາບ:VOV ດ້ວຍເລື່ອງສ້າງສາຍພົວພັນທາງການທູດກັບ Tonga, ໃນຂອບເຂດກອງປະຊຸມປຶກສາຫາລື ລວມຂັ້ນສູງ ກອງປະຊຸມຄັ້ງທີ 78 ສະມັດຊາໃຫຍ່ສະຫະປະຊາຊາດ ທີ່ ນິວຍອກ, ສະຫະລັດ ອາເມລິກາ, ຕອນບ່າຍວັນທີ 21 ກັນຍາ (ເວລາທ້ອງຖິ່ນ), ມາຮອດປະຈຸບັນ ຫວຽດນາມ ໄດ້ສ້າງສາຍພົວພັນການທູດກັບ 193 ປະເທດ ແລະ ມີການພົວພັນຄູ່ຮ່ວມມືຮອບດ້ານ, ຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບ 30 ປະເທດ, ໃນນັ້ນມີ 5 ປະເທດ ເປັນກຳມະການປະຈຳ ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາປະເທດໃຫ່ຍອື່ນໆ.
TAG
VOV/VOVworld/ຊັບ​ພະ​ຍາ​ກອນ​ມະ​ນຸດ​/ເຈົ້າ​ຫນ້າ​ທີ່​ອາ​ວຸ​ໂສ/​ສັນ​ຍາ​ການ​ຄ້າ​ເສ​ລີ