ບັນດາລັດຖະນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ
27/11/2019 10:27
(VOVWORLD) - ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ອັດລົງໃນຕອນບ່າຍວັນທີ 27 ພະຈິກ. ໃນການເຮັດວຽກເປັນເວລາກ່ວາ 1 ເດືອນ, ສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນ ແລະ ຮັບຮອງເອົາຮ່າງກົດໝາຍ, ມະຕິຫລາຍສະບັບ, ພິເສດແມ່ນບັນດາແຜນນະໂຍບາຍ, ນະໂຍບາຍການພັດທະນາເສດຖະກິດ - ສັງຄົມປະເທດຊາດໃນຊຸມປີຕໍ່ໄປ.

ບັນດາລັດຖະນະໂຍບາຍຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຢ່າງວ່ອງໄວ ແລະ ຍືນຍົງ ກອງປະຊຸມສະໄໝສາມັນເທື່ອທີ 8 ແມ່ນກອງປະຊຸມທ້າຍປີ, ໂຄງການເຄື່ອນໄຫວລວມມີເນື້ອໃນສຳຄັນຫລາຍຢ່າງ. ບັນດາລັດຖະນະໂຍບາຍໄດ້ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນຄັ້ງນີ້ ໄດ້ເວົ້າເຖິງຄວາມຕັດສິນໃຈ, ຄວາມເປັນຈິດໜຶ່ງໃຈດຽວຂອງທັງລະບົບການເມືອງ, ທຸກຂັ້ນ, ທຸກຂະແໜງການ, ປະຊາຄົມວິສາຫະກິດ ແລະ ປະຊາຊົນໃນທົ່ວປະເທດ…ໃນຄວາມມານະພະຍາຍາມປະຕິບັດບັນດາເປົ້າໝາຍ, ຄາດໝາຍການພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກໃຫ້ສຳເລັດ.
TAG
VOV/VOVworld/ລັດຖະນະໂຍບາຍ/ເສດຖະກິດ/ສັງຄົມ/ສະພາແຫ່ງຊາດ
Related
More








