ບົດລາຍງານຂາດພາວະວິໄສ, ຕີລາຄາຜິດເຂວຕໍ່ຜົນງານໃນການຕໍ່ສູ້ຕ້ານການຄ້າມະນຸດຂອງ ຫວຽດນາມ
24/07/2019 08:53
(VOVWORLD) - ຫວ່າງມໍ່ໆມານີ້, ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສະພາບການຄ້າມະນຸດໃນໂລກປີ 2018, ໃນນັ້ນ ໄດ້ຈັດອັນດັບ ຫວຽດນາມ ຢູ່ໃນກຸ່ມບັນດາປະເທດຕ້ອງໄດ້ຕິດຕາມກ່ຽວກັບໄພການຄ້າມະນຸດ.

ບົດລາຍງານກໍ່ມີຄວາມຮັບຮູ້ທີ່ຂາດພາວະວິໄສ, ຕີລາຄາຜິດເຂວ, ກໍ່ຄວາມເຂົ້າໃຈຜິດ ແລະ ສ້າງຂໍ້ອ້າງອີງເພື່ອໃຫ້ບັນດາອິດທິກຳລັງທີ່ເປັນປໍລະປັກຄິດໄລ່ໄຕ່ຕອງ, ເສກສັນປັ້ນແຕ່ງສະພາບການຢູ່ ຫວຽດນາມ, ພິເສດແມ່ນໄດ້ປະຕິເສດບັນດາຄວາມມານະພະຍາຍາມໃນການຕໍ່ສູ້ຕ້ານໄພການຄ້າມະນຸດຂອງ ຫວຽດນາມ ໃນຫລາຍປີຜ່ານມາ. (ພາບປະກອບ) ບົດລາຍງານຂອງກະຊວງການຕ່າງປະເທດ ອາເມລິກາ ຖືວ່າ: “ລັດຖະບານ ຫວຽດນາມ ກຳນົດຈຳນວນຜູ້ປະສົບເຄາະຮ້າຍໜ້ອຍກ່ວາ ເມື່ອທຽບໃສ່ປີ 2016 ແລະ ເຈົ້າໜ້າທີ່ກໍ່ບໍ່ສືບຕໍ່ແກ້ໄຂບັນດາຄະດີອາຍາ ທີ່ພວມຢູ່ໃນຂະບວນການແກ້ໄຂຍ້ອນຂາດເອກະສານແນະນຳການປະຕິບັດສຳລັບບັນດາຂໍ້ກຳນົດປັບປຸງຂອງປະມວນກົດໝາຍອາຍາ”. ບົດລາຍງານໃຫ້ຂໍ້ສັງເກດວ່າ ບັນດາຄວາມມານະພະຍາຍາມຕ້ານໄພການຄ້າມະນຸດ ຍັງບໍ່ທັນມີປະສິດທິຜົນ ຍ້ອນຂາດກົນໄກສົມທົບກັນລະຫວ່າງຂະແໜງ ແລະ ມີປະກົດການ “ພະນັກງານຂັ້ນຕາແສງ, ຂັ້ນບ້ານສົມຮູ້ຮ່ວມຄິດໃນບັນດາຄະດີຄ້າມະນຸດ”.
TAG
VOV/VOVworld/ພາວະວິໄສ/ຜິດເຂວ/ຕໍ່ສູ້ຕ້ານ/ການຄ້າມະນຸດ
Related








