VOV WorldVOV World
BRICS: ໄລຍະທາງ 16 ປີ ແລະ ບັນດາສິ່ງທ້າທາຍໃນສະເພາະໜ້າ
05/09/2017 07:46
(VOVWORLD) - ກອງປະຊຸມສຸດຍອດປະຈຳປີຂອງກຸ່ມບັນດາພື້ນຖານເສດຖະກິດທີ່ຫາກໍພົ້ນເດັ່ນ BRICS ຊຶ່ງລວມມີ ບຣາຊິນ, ລັດເຊຍ, ອິນເດຍ, ຈີນ ແລະ ອາຟະລິກາໃຕ້ຊຶ່ງໄດ້ດຳເນີນແຕ່ວັນທີ 3 ຫາວັນທີ 5 ກັນຍາຢູ່ນະຄອນຮາມົນ ປະເທດຈີນ. ດ້ວຍຫົວຂໍ້ວ່າ ເພີ່ມທະວີຄູ່ຮ່ວມມືເພື່ອອະນາຄົດທີ່ສົດໃສ.
ກອງປະຊຸມແມ່ນເພື່ອແນໃສ່ສົ່ງສານທີ່ແຂງແຮງເພື່ອເພີ່ມທະວີການຮ່ວມມືພາຍໃນກຸ່ມ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບໃນໂລກ, ພົວພັນແລກປ່ຽນດ້ວຍວັດທະນະທຳມະນຸດອັນເລິກເຊິ່ງ. ແຕ່ເຖິງຢ່າງໃດກໍຕາມ, ບັນດາສິ່ງທ້າທາຍທີ່ BRICS ໃນມໍ່ໆມານີ້ພວມປະເຊີນໜ້າຄື ການຂັດແຍ້ງກັນກ່ຽວກັບບັນຫາຊາຍແດນຫຼືສະພາບການຢູ່ພາຍໃນບາງປະເທດພາຄີຂາດສະຖຽນລະພາບ, ອັນໄດ້ເຮັດໃຫ້ຫາງສຽງມີຄວາມລະແວງສົງໄສ. BRICS ອາດຈະກ້າວເດີນຢ່າງເຂວທິດໃນການປະຕິບັດເປົ້າໝາຍກາຍເປັນກຳກັງສູ້ຢັນໃໝ່ກັບຝ່າຍຕາເວັນຕົກໃນຄວາມເປັນລະບຽບຮຽບຮ້ອຍທາງດ້ານເສດຖະກິດຫຼືບໍ່ ?
TAG
VOV/VOVworld/ດ້ານພູມສາດ/ການເມືອງ