ຈີນພວມສ້າງໃຫ້ຕົນເອງໂດດດຽວຍ້ອນມີການກະທຳ ບໍ່ຫົວຊາຕໍ່ກົດໝາຍສາກົນຢູ່ທະເລຕາເວັນອອກ
15/05/2020 08:58
(VOVWORLD) - ບັນດານັກສັງເກດການສາກົນ ພວມຕິດຕາມບັນດາການກະທຳຢ່າງຜິດກົດໝາຍຫວ່າງມໍ່ໆມານີ້ຂອງຈີນ ຢູ່ທະເລຕາເວັນອອກຢ່າງແໜ້ນແຟ້ນ. ການກະທຳຂອງຈີນ ເຮັດໃຫ້ປະຊາຄົມໂລກ ຂາດຄວາມໄວ້ເນື້ອເຊື່ອໃຈຕໍ່ປະເທດນີ້ ແລະ ຈີນ ພວມສ້າງໃຫ້ຕົນເອງຢູ່ໂດດດຽວຄໍ່ປະຊາຄົມໂລກ, ເຮັດໃຫ້ ຄວາມໄວ້ວາງໃຈຂອງພາກພື້ນທີ່ມີຕໍ່ປະເທດນີ້ຖືກຫລຸດໜ້ອຍຖອຍລົງ.

ເລື່ອງກະຊວງຄຸ້ມຄອງບໍລິຫານປະຊາຊົນຈີນ ໄດ້ປະກາດເອົາເອງອັນທີ່ເອີ້ນວ່າ “ໃນນາມມາດຕະຖານ” ສຳລັບເກາະ, ຫາດຊາຍທະເລແຫ້ງນັບສີບແຫ່ງຢູ່ທະເລຕາເວັນອອກ, ລວມມີບັນດາໂຄງສ້າງພູມສາດທີ່ນອນໃນເຂດເສດຖະກິດຈຳເພາະຂອງຫວຽດນາມ ແລະ ໄດ້ປະກາດອັນທີ່ເອີ້ນວ່າ “ເຂດຊີຊາ” ແລະ “ເຂດໜານຊາ” ຂຶ້ນກັບ “ນະຄອນຕາມຊາ” ເພື່ອຄຸ້ມຄອງບັນດາເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ຂຶ້ນກັບອະທິປະໄຕຂອງຫວຽດນາມ ຢູ່ທະເລຕາເວັນອອກ, ບໍ່ພຽງແຕ່ຖືກຫາງສຽງພາຍໃນປະເທດຄັດຄ້ານຢ່າງແຮງເທົ່ານັ້ນ, ຫາກຍັງຖືກກ່າວປະນາມຈາກຫາງສຽງສາກົນຢ່າງຮຸນແຮງອີກດ້ວຍ.
TAG
VOV/VOVworld/ໂດດດຽວ/ໂຄງສ້າງພູມສາດ/ໄຫຼ່ທະວີບ/ເສັ້ນທາງ 9 ຕອນ/ຍຸດທະສາດ/ທະເລຕາເວັນອອກ./ຈີນ
Related
More








