VOV WorldVOV World
Covid-19 ການທົດ​ສອບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ
14/02/2020 07:28
(VOVWORLD) - ຕາມຄຳປະກາດຂອງອົງການອະນາໄມໂລກ (WHO), ໄລ່ຮອດວັນທີ 14 ກຸມພາປີ 2020, ໂລກລະບາດອັກເສບປອດທີ່ເກີດຈາກເຊື້ອໄວຣັດ Corona ສາຍພັນໃໝ່ (COVID - 19) ຢູ່ຈີນ ມີຜູ້ຕິດເຊື້ອ 64.000 ຄົນ ແລະ 1486 ຄົນເສຍຊີວິດ ໄດ້ແຜ່ລາມອອກໄປສູ່ 26 ປະເທດ ແລະ ເຂດແຄ້ວນແລ້ວ. ເຖິງວ່າຍັງບໍ່ທັນມີຕົວເລກສະຖິຕິຢ່າງຄົບຖ້ວນກ່ຽວກັບກະທົບຂອງ Covid-19 ຕໍ່ພື້ນຖານເສດຖະກິດໂລກກໍ່ຕາມ, ແຕ່ມັນໄດ້ ແລະ ພວມສືບຕໍ່ກໍ່ຜົນຮ້າຍໃນເບື້ອງຕົ້ນຕໍ່ການເຄື່ອນໄຫວທຳການຜະລິດດຳເນີນທຸລະກິດທົ່ວໂລກ.
Covid-19 ການທົດ​ສອບ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ
ພາບປະກອບ    ໂລກລະບາດ Covid-19 ເກີດຂຶ້ນໃນຈຸດເວລາຕົ້ນປີ 2020 ແລະ ກໍ່ແມ່ນໂອກາດພັກຍາມບຸນເຕັດຂອງຊາວຈີນ ແລະ ບາງປະເທດອາຊີ ໄດ້ກໍ່ຜົນກະທົບອັນຫຍໍ້ທໍ້ ຕໍ່ພື້ນຖານເສດຖະກິດຂອງປະເທດຕ່າງໆ, ໂດຍສະເພາະແມ່ນຈີນ, ໃນຂົງເຂດສາທາລະນະສຸກ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ, ຂາຍຍ່ອຍ, ການສົ່ງອອກນຳເຂົ້າ, ບັນດາຂະແໜງຜະລິດຕາມລະບົບຕ່ອງໂສ້, ການບໍລິການການເງິນ…
TAG
VOV/VOVworld/COVID-19/ການທົດສອບ/ພື້ນຖານເສດຖະກິດທົ່ວໂລກ/ໂລກລະບາດ