VOV WorldVOV World
ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ ​ແມ່ນ​ວຽກ​ງານ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ
30/04/2021 00:00
(VOVWORLD) - ລະດູບານໃໝ່ປີ 1975, ສົງຄາມທີ່ແກ່ຍາວທີ່ສຸດໃນປະຫວັດສາດ ອາເມລິກາ ໂດຍກອງທັບ ອາເມລິກາ ເຮັດສົງຄາມຢູ່ ຫວຽດນາມ ໄດ້ສິ້ນສຸດລົງຢ່າງສິ້ນເຊີງ ດ້ວຍບັ້ນຮົບ ໂຮ່ຈີມິນ ແຫ່ງປະຫວັດສາດ. ພາຍຫຼັງ 46 ປີ ນັບແຕ່ລະດູບານໃໝ່ປີນັ້ນເປັນຕົ້ນມາ, ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ໄດ້ມີການຫັນປ່ຽນຫຼາຍຢ່າງ, ຈາກການພົວພັນທີ່ສູ້ຢັນກັນປ່ຽນມາສົນທະນາກັນ ແລ້ວກາຍເປັນສາຍພົວພັນແບບເພື່ອນມິດ, ເປັນຄູ່ຮ່ວມມືຂອງກັນ ແລະ ພັດທະນາກາຍເປັນສາຍພົວພັນຄູ່ຮ່ວມມືຮອບດ້ານ. ເພື່ອບັນລຸໄດ້ຜົນງານດັ່ງກ່າວ ກໍຍ້ອນວ່າ ທັງສອງຝ່າຍໄດ້ພ້ອມກັນມານະພະຍາຍາມແກ້ໄຂຄວາມຄຽດແຄ້ນບາດໝາງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ບົນເນື້ອໃນຈິດໃຈສ້າງສັນ.
ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຍາມໃດກໍແມ່ນສ່ວນໜຶ່ງທີ່ສຳຄັນໃນການພົວພັນລະຫວ່າງສອງປະເທດ ນັບແຕ່ເມື່ອຫັນການພົວພັນທາງການທູດເປັນປົກກະຕິເມື່ອປີ 1995. ທັງສອງຝ່າຍຕ່າງກໍໃຫ້ຄຳໝັ້ນສັນຍາ ຮ່ວມມືກັນປະຕິບັດພັນທະມະນຸດສະທຳ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີຄວາມຮັບຜິດຊອບ, ຖືນີ້ແມ່ນແຫຼ່ງກຳລັງໜູນເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
TAG
VOV/VOVworld/ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ສົງ​ຄາມ/ລູກ​ລະ​ເບີດ​ບໍ່​ທັນ​ແຕກ/ຫວຽດ​ນາມ/ອາ​ເມ​ລິ​ກາ