VOV WorldVOV World
ແກ້ໄຂຄວາມຫຍຸ້ງຍາກເພື່ອພັດທະນາເສດຖະກິດພາກເອກະຊົນ
02/10/2017 07:46
(VOVWORLD) - ທ້າຍສັບປະດາທີ່ຜ່ານມາ, ເປັນຄັ້ງທຳອິດ, ທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເປັນປະທານການເຈລະຈາກັບປະທານ, ຜູ້ອຳນວຍການໃຫຍ່ບັນດາກຸ່ມບໍລິສັດເສດຖະກິດພາກເອກະຊົນ 14 ທ່ານ ແທນທີການເຈລະຈາກັບບັນດາວິສາຫະກິດເວົ້າລວມ ຫຼື ກຸ່ມລັດວິສາຫະກິດຄືກ່ອນນີ້.
ຄາດໝາຍຂອງການເຈລະຈານີ້ແມ່ນຊອກຫາບັນດາຄວາມຫຍຸ້ງຍາກໃນການພັດທະນາເສດຖະກິດພາກເອກະຊົນ, ຈາກນັ້ນ, ລັດຖະບານຈະມີມາດຕະການແກ້ໄຂ. ກ່ອນທີ່ຈັດການສົນທະນາ, ລັດຖະບານກໍ່ໄດ້ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຄັ້ງຕ່າງໆ, ບັນດາກະຊວງ, ຂະແໜງການກໍ່ເປັນເຈົ້າການຈັດຕັ້ງຫຼາຍກອງປະຊຸມ, ກອງປະຊຸມສຳມະນາເພື່ອສ້າງກອບກົດໝາຍ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດດີທີ່ສຸດເພື່ອໃຫ້ວິສາຫະກິດພາກເອກະຊົນ ຫວຽດນາມ ພັດທະນາ.
TAG
VOV/VOVworld/ວິ​ສາ​ຫະ​ກິດ