ແນວຄິດ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາບຳລຸງສ້າງ
04/09/2019 09:07
(VOVWORLD) - ສຳລັບປະທານ ໂຮ່ຈີມິນ ແລ້ວ ການສຶກສາຍາມໃດກໍ່ມີຄວາມໝາຍພຶດຕິກຳຕົວຈິງຢ່າງລະອຽດ. ການສຶກສາບຳລຸງສ້າງ ແມ່ນແນໃສ່ພັດທະນາມະນຸດ ຫວຽດນາມ ຢ່າງຮອບດ້ານ ມຸ່ງໄປເຖິງການສ້າງມະນຸດໃໝ່, ມະນຸດສັງຄົມນິຍົມ.

ນັ້ນແມ່ນການປະດິດຄິດສ້າງໃນແນວຄິດຂອງປະທານ ໂຮ່ຈີມິນ ກ່ຽວກັບການສຶກສາບຳລຸງສ້າງ. ບົດຂຽນ “ແນວຄິດ ໂຮ່ຈີມິນ ກ່ຽວກັບການປ່ຽນແປງໃໝ່ການສຶກສາບຳລຸງສ້າງ” ຂອງນັກຂ່າວ ທູຮັ່ງ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່ ວັນທີ 05 ກັນຍາ ໃນແຕ່ລະປີ. (ພາບປະກອບ) ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ໄດ້ເອົາໃຈໃສ່ເປັນພິເສດເຖິງພາລະກິດກໍ່ສ້າງມະນຸດ. ນອກຈາກການໂອ້ລົມໂດຍກົງຢູ່ບາງໂຮງຮຽນແລ້ວ, ເພິ່ນຍັງໄດ້ຂຽນຈົດໝາຍສົ່ງເຖິງຂະແໜງການສຶກສາ 23 ສະບັບ. ໃນນັ້ນ, ເພິ່ນໄດ້ຖືເປັນສຳຄັນພິເສດຕໍ່ “ການຮ່ຳຮຽນໄປຄຽງຄູ່ກັບການຝຶກຫັດຕົວຈິງ” ແລະ ບົດບາດສຳຄັນຂອງຄູອາຈານໃນກິດຈະການການຮຽນ - ການສອນ. ໂດຍປະຕິບັດຕາມແນວຄິດທີ່ຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ພັກ, ລັດ, ຂະແໜງການສຶກສາໄດ້ຜັນຂະຫຍາຍການປະຕິບັດ ດ້ວຍການປ່ຽນແປງໃໝ່ພື້ນຖານ ແລະ ຮອບດ້ານ, ດ້ວຍຈຸດສຸມແມ່ນມຸ່ງໄປເຖິງເປົ້າໝາຍ “ສຶກສາອົບຮົມຊາວ ຫວຽດນາມ ໃຫ້ມີຄວາມຮອບດ້ານ”.
TAG
VOV/VOVworld/ແນວຄິດ/ໂຮ່ຈີມິນ/ການປ່ຽນແປງໃໝ່/ການສຶກສາ/ບຳລຸງສ້າງ
Related








