VOV WorldVOV World
ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ
14/08/2019 08:27
(VOVWORLD) -ໃນຕະຫລອດຊີວິດແຫ່ງການຕໍ່ສູ້ໃຫ້ແກ່ພາລະກິດປົດປ່ອຍປະເທດຊາດ, ປົດປ່ອຍປະຊາຊົນ, ປະທານ ໂຮ່ຈີມິນ ພຽງແຕ່ມີຄວາມຫວັງຈົນສຸດຂີດແມ່ນເຮັດແນວໃດເພື່ອໃຫ້ປະເທດ ຫວຽດນາມ ໄດ້ມີເອກະລາດຢ່າງສົມບູນ, ປະຊາຊົນ ຫວຽດນາມ ມີຄວາມເສລີຢ່າງສົມບູນ, ໃຜໆກໍ່ມີສິດມຸ່ງຫວັງມີຄວາມຜາສຸກຂອງຕົນ.
ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ
ສະນັ້ນ, ໃນບົດພິໄນກຳຂອງເພິ່ນ, ແນວຄິດເພື່ອປະຊາຊົນ ແລະ ປົດປ່ອຍປະຊາຊົນໄດ້ຊຶມເລິກເຂົ້າໃນລັດທິມະນຸດສະທຳອັນສູງສົ່ງ ແລະ ທິດສະດີປັດຊະຍາຊີວິດຂອງມະນຸດ ເຊິ່ງເພິ່ນໄດ້ທຸ້ມເທເຫື່ອແຮງສ້າງຂຶ້ນ. ບົດຂຽນ “ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປະຕິບັດບົດພິໄນກຳປະທານ ໂຮ່ຈີມິນ.  ແນວຄິດເພື່ອປະຊາຊົນໃນບົດພິໄນກຳຂອງປະທານ ໂຮ່ຈີມິນ (ພາບ: Tuyengiao.vn)         ບັນຫາມະນຸດ ແລະ ແນວຄິດວັດທະນະທຳມະນຸດ ໂຮ່ຈີມິນ ໄດ້ສະແດງໃຫ້ເຫັນໃນບົດພິໄນກຳ ແມ່ນນ້ຳໃຈຄວາມຮັກແພງທີ່ມີຕໍ່ປະຊາຊົນທຸກຊັ້ນວັນນະໃນສັງຄົມ. ບໍ່ພຽງແຕ່ຂຽນໃນບົດພິໄນກຳແມ່ນ “ ສ້າງຄວາມຮັກແພງທີ່ລົ້ນເຫຼືອໄວ້ໃຫ້ທົ່ວປວງຊົນ, ທົ່ວພັກ, ໃຫ້ກອງທັບທຸກຖ້ວນໜ້າ, ໃຫ້ພວກຫຼານຊາວໜຸ່ມ ແລະ ເຍົາວະຊົນ ” ເທົ່ານັ້ນ ຫາກເພິ່ນຍັງໄດ້ອຸທິດຕະຫລອດຊີວິດຂອງຕົນໃຫ້ແກ່ປະເທດຊາດ, ໃຫ້ຄວາມປາດຖະໜາອັນໃຫຍ່ຫລວງທີ່ສຸດແມ່ນປະເທດ ຫວຽດນາມ ໄດ້ມີເອກະລາດຢ່າງສົມບູນ, ພໍ່ແມ່ປະຊາຊົນມີຄວາມເສລີຢ່າງສົມບູນ, ໃຜໆກໍ່ມີເຂົ້າກິນ, ມີເຄື່ອງນຸ່ງຫົ່ມ, ໃຜໆກໍ່ໄດ້ຮ່ຳຮຽນ.
TAG
VOV/VOVworld/ແນວຄິດ/ປະຊາຊົນ/ພິໄນກຳ/ໂຮ່ຈີມິນ