ເຄົາລົບກົດໝາຍສາກົນ, ເດັດດ່ຽວ - ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ
06/05/2020 08:46
(VOVWORLD) - ບັນດາການກະທຳລະເມີດຢ່າງຮ້າຍແຮງຂອງ ຈີນ ຢູ່ທະເລຕາເວັນອອກ ໃນໄລຍະມໍ່ໆມານີ້ ໄດ້ນາບຂູ່ໂດຍກົງຕໍ່ອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ແລະ ບັນດາປະເທດ, ສົ່ງຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ ແລະ ການບິນ ກໍ່ຄືບັນດາການເຄື່ອນໄຫວເສດຖະກິດຢູ່ເຂດທະເລຕາເວັນອອກ.

ຕໍ່ໜ້າບັນດາການກະທຳທີ່ແອບອ້າງເປັນປະເທດໃຫຍ່ຂອງ ຈີນ, ຫວຽດນາມ ຍາມໃດກໍ່ມີບັນດາມາດຕະການທີ່ເໝາະສົມກັບທັດສະນະເດັດດ່ຽວ, ຢຶດໝັ້ນ ແລະ ບໍ່ຜ່ອນພັນສຳລັບອະທິປະໄຕເຂດນ້ຳແດນຂອງປະເທດຊາດ. ເຄົາລົບກົດໝາຍສາກົນ, ເດັດດ່ຽວ - ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ ນັບແຕ່ກ່ອນມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ. ບົນເນື້ອໃນຈິດໃຈນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະແກ້ໄຂການຂັດແຍ້ງກັນກັບບັນດາປະເທດທີ່ກ່ຽວຂ້ອງ ໂດຍຜ່ານການພົບປະເຈລະຈາ ກໍ່ຄືບັນດາມາດຕະການແກ້ໄຂໂດຍສັນຕິວິທີອື່ນ, ໂດຍອີງໃສ່ກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຍາມໃດກໍ່ເລືອກເອົາທິດກ້າວເດີນທີ່ອີງໃສ່ກຳລັງແຮງຂອງຊາດ ດ້ວຍມູນເຊື້ອຕໍ່ສູ້ປົກປັກຮັກສາອະທິປະໄຕນັບຫລາຍພັນປີ, ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດທີ່ຕັ້ງຢູ່ແຄມທະເລທີ່ມີການຮຽກສິດອະທິປະໄຕ, ຍົກອອກບັນດາປະຕິກິລິຍາສະເໝີຕົ້ນສະເໝີປາຍ ແລະ ເໝາະສົມ.
TAG
VOV/VOVworld/ກົດໝາຍສາກົນ/ເດັດດ່ຽວ/ຢຶດໝັ້ນ/ອະທິປະໄຕ/ເຂດນ້ຳແດນດິນ/ທະເລຕາເວັນອອກ
Related








