ເລີ່ມດຳເນີນການຮຽບຮຽງລັດຖະທຳມະນູນໃໝ່: ຊີຣີ ຊອກຫາສັນຕິພາບ, ສະຖຽນລະພາບ
19/10/2021 09:15
(VOVWORLD) - ລັດຖະບານ ຊີຣີ ແລະ ຝ່າຍຄ້ານ ຫາກໍມີຄວາມເຫັນດີເປັນເອກະພາບຢ່າງເປັນທາງການເລີ່ມດຳເນີນວິວັດການຮຽບຮຽງເນື້ອໃນປັບປຸງລັດຖະທຳມະນູນ, ພາຍໃຕ້ການເຂົ້າຮ່ວມຂອງ ສປຊ. ການເຈລະຈາຂອງຄະນະກຳມະການລັດຖະທຳມະນູນ ຊີຣີ (SCC) ດຳເນີນຢູ່ ເຊີແນວຄັ້ງນີ້ ຄາດວ່າຈະແກ່ຍາວເປັນເວລາ 01 ອາທິດ, ດ້ວຍຄວາມປາດຖະໜາບັນລຸໄດ້ພື້ນຖານນິຕິກຳຢ່າງຮອບດ້ານ, ຍາວນານ, ແກ້ໄຂຄວາມແຕກຕ່າງກັນລະຫວ່າງພັກຝ່າຍຕ່າງໆຢູ່ ຊີຣີ ແລະ ເປີດປະຕູໃຫ້ແກ່ວິວັດທະນາການການເມືອງທີ່ກວ້າງໃຫຍ່ກວ່າ.
ຄະນະກຳມະການລັດຖະທຳມະນູນ ຊີຣີ ມີສະມາຊິກທັງໝົດ 150 ທ່ານ, ໃນນັ້ນ ມີ 50 ທ່ານຂຶ້ນກັບລັດຖະບານ ຊີຣີ ແລະ 50 ທ່ານ ແມ່ນຜູ້ຕາງໜ້າຝ່າຍຄ້ານ ແລະ 50 ທ່ານແມ່ນຜູ້ຕາງໜ້າມາຈາກອົງການພົນລະເຮືອນຕ່າງໆ ໂດຍ ສປຊ ແຕ່ງຕັ້ງ. ອະນຸກຳມະການຂອງ ຄະນະກຳມະການລັດຖະທຳມະນູນ ຊີຣີ ລວມມີຜູ້ຕາງໜ້າ 45 ທ່ານ, ແຕ່ລະຝ່າຍມີ 15 ທ່ານ, ໂດຍສຸມໃສ່ປຶກສາຫາລືກ່ຽວກັັບບັນດາຫຼັກການລັດຖະທຳມະນູນ.
TAG
VOV/VOVworld/ຊີຣີ/ລັດຖະທຳມະນູນ/ວິກິດການການເມືອງ
Related








