ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ
29/01/2020 03:25
(VOVWORLD) - ປີ 2020, ຄາດຄະເນວ່າ ຂະບວນການເລີ່ມຕົ້ນທຸລະກິດຢູ່ ຫວຽດນາມ ຈະສືບຕໍ່ພັດທະນາ ແລະ ທະວີຄຸນຢ່າງກ້ວາງຂວາງ.

ການເຂົ້າຮ່ວມຂອງອຳນາດການປົກຄອງທ້ອງຖິ່ນໃນການສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ອຳນວຍຄວາມສະດວກພ້ອມກັນກັບແນວຄວາມຄິດ, ຄວາມໃຝ່ຝັນຂອງບັນດາວິສາຫະກິດແມ່ນບັນດາປັດໄຈພື້ນຖານ ເພື່ອໃຫ້ຮູບແບບການເລີ່ມຕົ້ນທຸລະກິດປີ 2020 ຢູ່ ຫວຽດນາມ ເພື່ອຄວາມສະຫວ່າງສະໄຫວຫລາຍຂຶ້ນ. ເລີ່ມດຳເນີນທຸລະກິດປີ 2020: ສືບຕໍ່ທ່າພັດທະນາ (ພາບ: Thanhnien.vn) ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ປະດິດຄິດສ້າງແມ່ນໜຶ່ງໃນບັນດາກຳລັງໜູນການເຕີບໂຕຂອງບັນດາພື້ນຖານເສດຖະກິດໃນໄລຍະຍາວ, ພິເສດແມ່ນປະເທດພວມພັດທະນາຄື ຫວຽດນາມ. ລັດຖະບານໄດ້ວາງອອກບັນດານະໂຍບາຍກ່ຽວກັບການໜູນຊ່ວຍເລີ່ມຕົ້ນທຸລະກິດ, ສະນັ້ນ, ປີ 2020 ຈະຕ້ອງຍູ້ແຮງ ແລະ ຫັນບັນດານະໂຍບາຍນີ້ໃຫ້ປະກົດຜົນເປັນຈິງ. ຍິ່ງໄປກ່ວານັ້ນ, ພື້ນຖານເສດຖະກິດພາຍໃນປະເທດ ພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕົວເລກດັດຊະນີກ່ຽວກັບການຜະລິດ, ສົ່ງອອກ, ເຕັກໂນໂລຢີຈະກາຍເປັນກຳລັງໜູນສຳຄັນໃຫ້ແກ່ບັນດາ startup ພັດທະນາ.
TAG
VOV/VOVworld/ເລີ່ມດຳເນີນທຸລະກິດ/ສືບຕໍ່ທ່າພັດທະນາ
Related








