VOV WorldVOV World
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລ​າວ
28/10/2019 08:29
(VOVWORLD) -ໃນຊຸມວັນນີ້, ປະຊາຊົນສອງປະເທດ ຫວຽດນາມ - ລາວໄດ້ຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ ຢູ່ລາວ (ວັນທີ 30 ຕຸລາ 1949 – ວັນທີ 30 ຕຸລາ 2019)ຢ່າງຫຼວງຫຼາຍ. ບັນດາການກະທຳນີ້ໄດ້ເພີ່ມພູນຄູນສ້າງໄມຕິຈິດມິດຕະພາບ, ເຮັດໃຫ້ການພົວພັນພິເສດລະຫວ່າງ ຫວຽດນາມ - ລາວພົ້ນເດັ່ນຂຶ້ນ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນໃຫ້ນັບມື້ນັບພັດທະນາຂຶ້ນ.
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລ​າວ
ຈາກຈຸດພິເສດພູມີປະເທດທາງທຳມະຊາດ ແລະ ສັງຄົມ, ສອງປະເທດ ຫວຽດນາມ ແລະ ລາວ ໄດ້ມີການພົວພັນ ດຳລົງຄົງຕົວທີ່ເກີດຂຶ້ນເອງມາແຕ່ດົນນານ. ໄມຕິຈິດມິດຕະພາບ ແລະ ການພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວໄດ້ ຮັບການຢັ້ງຢຶນໂດຍບັນດາພຶດຕິກຳຕົວຈິງໃນປະຫວັດສາດ ແລະ ຜູ້ນຳຂອງສອງຊາດກໍ່ສ້າງພື້ນຖານຢ່າງໂດຍກົງ ພ້ອມກັບບັນດາລຸ້ນການນຳ ແລະ ປະຊາຊົນສອງປະເທດຜ່ານຜ່າບັນດາເຫດການປະຫວັດສາດ, ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ, ຜ່ານຜ່າບັນດາຄວາມທຸກຍາກລຳບາກ, ເພື່ອກາຍເປັນການພົວພັນແບບຢ່າງ ຈົ່ງຮັກພັກດີ ແລະ ຫາໄດ້ຍາກ.
TAG
VOV/VOVworld/ບ້ານໃກ້ເຮືອນຄຽງ/ສັດຊື່ບໍລິສຸດ/ແມ່ນໍ້າຂອງ/ມູນເຊື້ອ/ຫວຽດນາມ/ລາວ

More