VOV WorldVOV World
ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ
16/08/2019 07:59
(VOVWORLD) -ໃນໄລຍະຜ່ານມາ, ໂດຍໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຂອງພັກ ແລະ ລັດ, ບັນດາກະຊວງ, ຂະແໜງການ, ເຄື່ອນໄຫວວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນໃໝ່ທີ່ມີຫົວຄິດປະດິດສ້າງ ໄດ້ສ້າງກຳລັງໜູນຢ່າງແຮງ, ຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມໂດຍກົງ. ຫຼາຍຜົນງານດ້ານວິທະຍາສາດ, ເຕັກໂນໂລຊີໄດ້ຖືກໝູນໃຊ້ເຂົ້າໃນບັນດາຂົງເຂດສາທາລະນະສຸກ, ການກໍ່ສ້າງ, ຖະແຫຼງຂ່າວ, ທະນາຄານ, ການທ່ອງທ່ຽວຢ່າງກ້ວາງຂວາງ, ພິເສດແມ່ນໄດ້ປະກອບສ່ວນພັດທະນາຂະແໜງກະສິກຳ.
ເພີ່ມ​ທະ​ວີ​ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ
ພາບປະກອບ: ໜັງສືພິມກະສິກຳ  ໃນປີ 2019, ໂຄງການດຳເນີນງານຂອງກະຊວງວິທະຍາສາດ ແລະ  ເຕັກໂນໂລຊີຫວຽດນາມ ກ່ຽວກັບການປະຕິບັດມະຕິຂອງລັດຖະບານໄດ້ຮັບການຫັນເປັນລະອຽດໃນບັນດາຂົງເຂດ, ຂຸດຄົ້ນບັນດາແຫຼ່ງກຳລັງ, ເພີ່ມທະວີການລະດົມແຫຼ່ງກຳລັງສັງຄົມລົງທຶນໃຫ້ແກ່ວິທະຍາສາດເຕັກໂນໂລຊີ ແລະ ການປ່ຽນໃໝ່ທີ່ມີຫົວຄິດປະດິດສ້າງ, ໂດຍສະເພາະແມ່ນຈາກວິສາຫະກິດ, ຜັນຂະຫຍາຍບັນດາມາດຕະການເພື່ອຮັບເອົາ ແລະ ເປັນເຈົ້າການບັນດາເຕັກໂນໂລຊີຕົ້ນຕໍຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ກະຊວງວິທະຍາສາດ ແລະ  ເຕັກໂນໂລຊີຫວຽດນາມ ກໍ່ຍູ້ແຮງການກວດກາຄືນ, ສ້າງໂຄງປະກອບບັນດາໂຄງການວິທະຍາສາດເຕັກໂນໂລຊີແຫ່ງຊາດຄືນໃໝ່ຕາມທິດຖືວິສາຫະກິດແມ່ນໃຈກາງຂອງລະບົບ ປ່ຽນໃໝ່ການປະດິດຄິດສ້າງແຫ່ງຊາດ.
TAG
VOV/VOVworld/ປ່ຽນແປງໃໝ່ການປະດິດຄິດສ້າງ/ວິທະຍາສາດ ແລະ ເຕັກໂນໂລຊີ/ການປະຕິວັດອຸດສາຫະກຳຄັ້ງທີ 4/ພັດທະນາກະສິກຳ