VOV WorldVOV World
ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ - ມົງ​ໂກນ
31/10/2023 09:58
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ທ່ານປະທານາທິບໍດີ ມົງໂກນ Ukhnaagiin Khurelsukh ຈະຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 1 – 5 ພະຈິກ. ການຢ້ຽມຢາມຄັ້ງນີ້ ແມ່ນໂອກາດເພື່ອໃຫ້ສອງປະເທດ ແລກປ່ຽນກ່ຽວກັບທິດທາງ ແລະ ມາດຕະການຮັກສາສາຍພົວພັນດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດໃນທຸກຂົງເຂດ ຢ່າງແທດຈິງ, ມີປະສິດທິຜົນກວ່າ.
ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ - ມົງ​ໂກນ
ຫວຽດນາມ ແລະ ມົງໂກນ ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ. ມົງໂກນ ຖື ຫວຽດນາມ ເປັນຄູ່ຮ່ວມມືສຳຄັນຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສ່ວນ ຫວຽດນາມ ຍາມໃດກໍຖືການພົວພັນມິດຕະພາບ, ການຮ່ວມມືກັບປະເທດ ມົງໂກນ ເປັນສຳຄັນ, ຖື ມົງໂກນ ເປັນຄູ່ຮ່ວມມືສຳຄັນຢູ່ ອາຊີ. ໃນຊຸມປີມໍ່ໆມານີ້, ສອງຝ່າຍໄດ້ຮັກສາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືທຸກຂັ້ນ, ທຸກກະຊວງ, ຂະແໜງການ, ອົງການມິດຕະພາບເປັນປະຈຳ.      ຫວຽດນາມ ແລະ ມົງໂກນ ພວມກະກຽມການເຄື່ອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງສອງປະເທດຄົບຮອບ 70 ປີ (17/11/1954-17/11/2024).
TAG
VOV/VOVworld/ຫວຽດ​ນາມ/ມົງ​ໂກນ/ກຳ​ລັງ​ບົ່ມ​ຊ້ອນ/ຮ່ວມ​ມື

More