VOV WorldVOV World
ເພີ່ມນະໂຍບາຍໃຫ້ແກ່ເຂດປະສົບກັບຄວາມຫຍຸ້ງຍາກ- ຄວາມສະເຫມີພາບລະຫວ່າງບັນດາເຜົ່າເພີ່ມຂຶ້ນ
21/11/2019 09:39
(VOVWORLD) -ສະພາແຫ່ງຊາດຫວຽດນາມ ໃນກອງປະຊຸມເທື່ອທີ 8 ຫາກໍ່ຮັບຮອງເອົາມະຕິອະນຸມັດແຜນຮ່າງສັງລວມກ່ຽວກັບການພັດທະນາເສດຖະກິດ ສັງຄົມ ຂອງເຂດຊົນເຜົ່າສ່ວນຫນ້ອຍ ແລະ ເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ດ້ວຍແຜນຮ່າງສັງລວມນີ້, ນະໂຍບາຍໃຫ້ຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດຂອງຫວຽດນາມ ນັບມື້ນັບໄດ້ຮັບການສ້າງໃຫ້ສົມບູນແບບ, ສ້າງຄວາມສະເຫມີພາບການພັດທະນາລະຫວ່າງບັນດາເຜົ່າໃນປະຊາຄົມບັນດາເຜົ່າຢູ່ຫວຽດນາມ.
ເພີ່ມນະໂຍບາຍໃຫ້ແກ່ເຂດປະສົບກັບຄວາມຫຍຸ້ງຍາກ- ຄວາມສະເຫມີພາບລະຫວ່າງບັນດາເຜົ່າເພີ່ມຂຶ້ນ
 ເພີ່ມທະວີວຽກງານການສຶກສາຢູ່ເຂດຊົນເຜົ່າສ່ວນຫນ້ອຍ ພາບ: bienphong.com.vn ຫວຽດນາມ ມີ 53 ຊົນເຜົ່າສ່ວນຫນ້ອຍ ດ້ວຍພົນລະເມືອງກວ່າ 14 ລ້ານຄົນ, ອາໄສຢູ່ 51 ແຂວງ, ນະຄອນ, ໃນນັ້ນ ມີ 382 ຕາແສງຢູ່ຊາຍແດນ, ສ່ວນຫລາຍແມ່ນຢູ່ເຂດ ໄຕບັກ (ຕາເວັນຕົກສ່ຽງເຫນືອ), ເຂດໄຕງວຽນ, ທິດຕາເວັນຕົກພາກໃຕ້ ແລະ ທິດຕາເວັນຕົກແຄມທະເລພາກກາງ. ບໍລິເວນດຳລົງຊີວິດຂອງຊາວຊົນເຜົ່າສ່ວນຫນ້ອຍກວມ ¾ ເນື້ອທີ່ຂອງທົ່ວປະເທດ, ສ່ວນຫລາຍແມ່ນເຂດປະສົບກັບຄວາມຫຍຸ້ງຍາກ ແຕ່ແມ່ນເຂດຈຸດສຸມດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດຂອງທັງປະເທດ.  
TAG
VOV/VOVworld/ມາດຕະຖານ/ເຂດພູດອຍ

More