VOV WorldVOV World
ເພື່ອໃຫ້ພາກພື້ນ ອາຊຽນ ພ້ອມກັນດຳລົງຊີວິດໃນສັນຕິພາບ, ວັດທະນາຖາວອນ
07/08/2019 07:40
(VOVWORLD) - ວັນທີ 08 ສິງຫາ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ (08/08/1967 – 08/08/2019). ບັນດາຜົນງານ ເຊິ່ງ ອາຊຽນ ບັນລຸໄດ້ໃນ 52 ປີຜ່ານມາ ໄດ້ນຳ ອາຊຽນ ກາຍເປັນພາກພື້ນທີ່ມີການພັດທະນາຢ່າງຂະຫຍັນຂັນເຄື່ອນ ແລະ ມີຜົນສະທ້ອນໃຫຍ່ສຸດຢູ່ພາກພື້ນ ອາຊີ - ປາຊີຟິກ.
ເພື່ອໃຫ້ພາກພື້ນ ອາຊຽນ ພ້ອມກັນດຳລົງຊີວິດໃນສັນຕິພາບ, ວັດທະນາຖາວອນ
ອາຊຽນ ພວມຕັດສິນໃຈບັນລຸໄດ້ບັນດາບາດກ້າວທີ່ຍາວໄກກ່ວາ ໃນອະນາຄົດ, ໃນສະພາບການສາກົນ ແລະ ພາກພື້ນ ພວມມີການຫັນປ່ຽນຫລາຍຢ່າງ, ພິເສດແມ່ນຄວາມສາມັກຄີ, ກາຍເປັນປັດໄຈຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.  ພາບປະກອບ/TTXVN         52 ປີກ່ອນນີ້, ໃນວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 5 ປະເທດທຳອິດ. ປັດຈຸບັນ, ອາຊຽນ ໄດ້ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ແລະ ນັບມື້ນັບຈະເລີນເຕີບໂຕກ່ຽວກັບດ້ານການເມືອງກ່ວາ, ມີຄວາມໝັ້ນຄົງກ່ຽວກັບດ້ານເສດຖະກິດກ່ວາ, ສ້າງລະບອບລະບຽບການໃຫ້ສົມບູນແບບກ່ວາ ແລະ ມີການ ສະໜິດຕິດພັນກັນກ່ວາ.
TAG
VOV/VOVworld/ອາຊຽນ/ດຳລົງຊີວິດ/ສັນຕິພາບ/ວັດທະນາຖາວອນ