ເສດຖະກິດ-ສັງຄົມຫວຽດນາມປີ 2019 ພັດທະນາຢ່າງຮອບດ້ານ, ປະທັບໃຈ
01/11/2019 09:50
(VOVWORLD) - ກ່າວຄຳເຫັນປຶກສາຫາລືກ່ຽວກັບສະພາບເສດຖະກິດ-ສັງຄົມທີ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ 14, ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການຊີ້ນຳ, ບໍລິຫານຢ່າງຂ້ຽວຂາດ, ມີປະສິດທິຜົນຂອງລັດຖະບານ, ນາຍົກລັດຖະມົນຕີ ໃນການປະຕິບັດບັນດາໜ້າທີ່ພັດທະນາ ເສດຖະກິດ-ສັງຄົມທີ່ບັນລຸໄດ້ໃນປີ 2019 ແມ່ນມີຄວາມຕັ້ງໜ້າ ແລະ ຮອບດ້ານ.

ສະມາຊິກສະພາແຫ່ງຊາດເຂົ້າຮ່ວມວາລະປະຊຸມໃນຕອນເຊົ້າວັນທີ 1 ພະຈິກ ທີ່ວາລະປຶກສາຫາລືຊື່ງດຳເນີນໃນເວລາ 3 ວັນ ຄືແຕ່ວັນທີ 30 ຕຸລາ ຫາວັນທີ 1 ພະຈິກ, ບັນດາສະມາຊິກສະພາແຫ່ງຊາດຖືວ່າ: ເຖິງວ່າ ມີການປະເຊີນໜ້າກັບສິ່ງທ້າທາຍ, ຄວາມຫຍຸ້ງຍາກຫຼາຍຢ່າງ ຈາກການຜັນແປອັນສັບສົນ, ການປະທະກັນຂອງພາກພື້ນ ແລະ ໂລກ, ການເຕີບໂຕດ້ານເສດຖະກິດ ແລະ ການຄ້າທົ່ວໂລກໄດ້ຫລຸດລົງ ເມື່ອທຽບກັບປີ 2018, ບັນດາການກະທົບອັນຫຍໍ້ທໍ້ໂດຍໄພທຳມະຊາດ, ໂລກລະບາດກໍ່ຕາມ ແຕ່ປີ 2019 ຍັງສືບຕໍ່ແມ່ນປີທີ່ບັນລຸໄດ້ບັນດາການຫັນປ່ຽນທີ່ຕັ້ງໜ້າ, ຮອບດ້ານໃນຫຼາຍຂົງເຂດ ເສດຖະກິດ-ສັງຄົມ. ເສດຖະກິດຫວຽດນາມ ຢູ່ໃນລະດັບປົກກະຕິ, ລະດັບເຕີບໂຕເສດຖະກິດ GDP ຄາດວ່າບັນລຸ 6,8%, ລື່ນກາຍທັງໝົດ 12/12 ຄາດໝາຍທີ່ໄດ້ວາງອອກ .
TAG
VOV/VOVworld/ທ່ານ ຫວຸ້ຕຽນລົກ/ສະມາຊິດສະພາແຫ່ງຊາດ/ວາລະປະຊຸມ/ເສດຖະກິດສັງຄົມ/ການເຕີບໂຕ
Related
More








