VOV WorldVOV World
ເສດຖະກິດໂລກຖືກຜົນສະທ້ອນຍ້ອນສົງຄາມການຄ້າ ລະຫວ່າງ ອາເມລິກາ ແລະ ຈີນ
21/08/2018 07:47
(VOVWORLD) -ຄວາມເຄັ່ງຕຶງດ້ານການຄ້າໃນຕະຫລອດ 2 – 3 ເດືອນຜ່ານມາລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກແມ່ນ ອາເມລິກາ ແລະ ຈີນ ໃນເບື້ອງຕົ້ນໄດ້ມີຜົນກະທົບຫຍໍ້ທໍ້ຕໍ່ຕະຫລາດທົ່ວໂລກ.
 ນອກຈາກຄວາມຫລຸດລົງຂອງບາງຕະຫລາດຫຼັກຊັບຫຼັກແຫຼ່ງນັ້ນ, ໂລກກໍ່ໄດ້ຮັບຮູ້ເລື່ອງສະກຸນເງິນຂອງຫລາຍປະເທດຖືກຕົກອ່ອນຄ່າເມື່ອທຽບໃສ່ກັບເງິນ USD. ກ່ຽວກັບໄລຍະຍາວ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ພວມກາຍເປັນໄພນາບຂູ່ໃຫຍ່ຫລວງທີ່ສຸດຕໍ່ການເຕີບໂຕເສດຖະກິດທົ່ວໂລກ.         ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ແກ່ຍາວຈະເຮັດໃຫ້ແງ່ຫວັງເສດຖະກິດທົ່ວໂລກອາດຈະຍິ່ງມືດມົວກ່ວາ, ວິວັດທະນະການຫັນເປັນໂລກາພິວັດອາດຈະພົບກັບຄວາມຫຍຸ້ງຍາກຫລາຍຢ່າງ. ຄຽງຂ້າງນັ້ນ, ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ ຈະແກ່ດຶງບັນດາພື້ນຖານເສດຖະກິດອື່ນເຂົ້າຮ່ວມ ແລະ ກໍ່ໃຫ້ເກີດສົງຄາມການຄ້າດ້ວຍຂອບຂະໜາດທົ່ວໂລກ. ສາຍເຫດແມ່ນສ່ວນຫລາຍການເຕີບໂຕຂອງໂລກແມ່ນອີງໃສ່ບັນດາການເຄື່ອນໄຫວແລກປ່ຽນການຄ້າ.
TAG
VOV/VOVworld/ເສດຖະກິດຖືກຜົນສະທ້ອນ/ອາເມລິກາ/ຈີນ