ເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳ: ແຫລ່ງກຳລັງເພື່ອພັດທະນາປະເທດຊາດ
23/11/2023 10:43
(VOVWORLD) -ຫວຽດນາມ ແມ່ນປະເທດມີຫລາຍຊົນເຜົ່າ. ແຕ່ລະຊົນເຜົ່າລ້ວນແຕ່ມີສີສັນວັດທະນະທຳສະເພາະ, ສ້າງເປັນສາງມໍລະດົກວັດທະນະທຳຢ່າງອຸດົມສົມບູນ, ຫລາຍຮູບແບບ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ເພື່ອແນໃສ່ຕອບສະຫນອງຄວາມຕ້ອງການດ້ານວັດທະນະທຳນັບມື້ນັບສູງຂອງປະຊາຊົນ, ປະກອບສ່ວນພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ພ້ອມທັງກໍ່ເປັນການສ້າງແຫລ່ງກຳລັງເພື່ອພັດທະນາປະເທດຊາດ.

ລາຍການສະແດງສິລະປະ ຢູ່ ກຸງເກົ່າ ເຫ້ວ. ພາບ: VOV ຫວຽດນາມ ມີ 54 ຊົນເຜົ່າ. ບັນດາຊົນເຜົ່າເຖິງວ່າມີສຽງເວົ້າ, ຮີດຄອງປະເພນີທີ່ແຕກຕ່າງກັນ ແຕ່ກໍ່ມີຄວາມສາມັກຄີກັນຕໍ່ສູ້ຕ້ານໄພທຳມະຊາດ, ຕ້ານສັດຕູ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ. ບັນດາສີສັນວັດທະນະທຳສະເພາະຂອງແຕ່ລະຊົນເຜົ່າທີ່ໄດ້ກຳນົດ, ພັດທະນາ ແລະ ເພີ່ມເຕີມໃຫ້ກັນ ສ້າງເປັນລັກສະນະເອກະພາບໃນຄວາມຫລາກຫລາຍສີສັນຂອງພື້ນຖານວັດທະນະທຳ ຫວຽດນາມ.
TAG
VOV/VOVworld/ຄຸນຄ່າວັດທະນະທຳ/ດ້ານຈິດໃຈ/ອະນຸລັກຮັກສ
Related
More








