ຫວຽດນາມ ຕັ້ງໜ້າປະກອບສ່ວນເຂົ້າໃນກົນໄກຮ່ວມມື ອາຊີ - ປາຊີຟິກ
16/07/2021 08:51
(VOVWORLD) - ມື້ນີ້ ວັນທີ 16 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງການນຳບັນດາປະເທດສະມາຊິກ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ເຊິ່ງຖືກຈັດຂຶ້ນແບບທາງໄກ. ການເຂົ້າຮ່ວມຂອງທ່ານປະທານປະເທດໃນຄັ້ງນີ້ແມ່ນເພື່ອແນໃສ່ຢັ້ງຢືນທັດສະນະ ແລະ ບົດບາດຂອງ ຫວຽດນາມ ໃນ APEC, ຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ທົ່ວໂລກກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ, ຍາດແຍ່ງແຫຼ່ງກຳລັງຂອງບັນດາສະມາຊິກ ແລະ ປະຊາຄົມວິສາຫະກິດ APEC ໃນການຜັນຂະຫຍາຍບັນດາຍຸດທະສາດໃໝ່ກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ.
ດ້ວຍຫົວຂໍ້ “ຮັບມືກັບໂລກລະບາດໂຄວິດ - 19, ອັນໃດແມ່ນກາລະໂອກາດໃຫ້ ອາຊີ - ປາຊີຟິກ ໃນການຮ່ວມມືກັນຜ່ານຜ່າວິກິດການສາທາລະນະສຸກ, ຍູ້ໄວການຟື້ນຟູເສດຖະກິດ, ສ້າງພື້ນຖານໃຫ້ແກ່ອະນາຄົດທີ່ດີງາມກວ່າ”, ກອງປະຊຸມບໍ່ເປັນທາງການຂອງການນຳບັນດາປະເທດສະມາຊິກ APEC ສຸມໃສ່ປຶກສາຫາລືບັນດາມາດຕະການເພີ່ມທະວີການຮ່ວມມືໃນພາກພື້ນເພື່ອແນໃສ່ຜ່ານຜ່າວິກິດການສາທາລະນະສຸກ ແລະ ຍູ້ແຮງການຟື້ນຟູເສດຖະກິດຢູ່ ອາຊີ - ປາຊີຟິກ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ (ພາບ: TTXVN)
TAG
VOV/VOVworld/APEC/ຫວຽດນາມ/FTA/ອາຊີ - ປາຊີຟິກ
Related








