ຕາເວັນອອກກາງເພີ່ມຄວາມເຄັ່ງຕຶງພາຍຫຼັງອາເມລິກາ ໄດ້ບຸກໂຈມຕີທາງອາກາດເຂົ້າຊີຣີ
02/03/2021 06:40
(VOVWORLD) -ໃນຊຸມມື້ທີ່ຜ່ານມາ, ສະພາບການຢູ່ເຂດຕາເວັນອອກກາງ ໄດ້ເພີ່ມຄວາມເຄັ່ງຕຶ້ງຂຶ້ນຕື່ມຢ່າງກະທັນຫັນ ພາຍຫຼັງທີ່ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີອັນນອງເລືອດ ແນໃສ່ບາງເປົ້າໝາຍຂອງພາກຕາເວັນອອກຊີຣີ. ໃນທັນທີ, ຫຼາຍປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ຍົກອອກປະຕິກິລິຍາ ໃນຂະນະທີ່ວົງການນັກໄຈ້ແຍກພັດມີຄວາມວິຕົກກັງວົນວ່າ ສະພາບການອາດຈະປິນຂັ້ນໄດທີ່ອັນຕະລາຍ ໃນໄລຍະທີ່ຈະມາເຖິງ.
ພາບໃນດາວທຽມໃຫ້ເຫັນວ່າເຂດມໍ່ກັບຊາຍແດນອີຣັກ-ຊີຣີ ກ່ອນ ແລະ ຫຼັງເຫດການຖືກອາເມລິກາ ບຸກໂຈມຕີທາງອາກາດ (ພາບ: Maxar ) ຕາມບັນດາແຫຼ່ງຂ່າວສາກົນແລ້ວ, ກອງທັບອາເມລິກາ ໄດ້ດຳເນີນການບຸກໂຈມຕີທາງອາກາດ ເມື່ອຕອນເຊົ້າວັນທີ 26 ກຸມພາ ຕາມຄຳສັ່ງຂອງປະທານາທິບໍດີອາເມລິກາ Joe Biden, ອັນໄດ້ເຮັດໃຫ້ຢ່າງໜ້ອຍສຸດ 17 ຄົນເສຍຊີວິດ. ເປົ້າໝາຍຂອງເຫດການດັ່ງກ່າວແມ່ນ “ແນໃສ່ບັນດາຮາກຖານທີ່ທຳນຽບ 5 ແຈຖືວ່າ ໂດຍອີຣານ ໜູນຫຼັງຢູ່ຊີຣີ ຕາເວັນອອກ…. ເພື່ອໂຕ້ຕອບບັນດາການບຸກໂຈມຕີຫວ່າງມໍ່ໆມານີ້ ຕ້ານຄືນທະຫານອາເມລິກາ ແລະ ສຳພັນທະມິດຢູ່ອີຣັກ, ກໍ່ຄືບັນດາໄພນາບຂູ່ແນໃສ່ບັນດາກຳລັງນີ້”. ນີ້ແມ່ນການບຸກໂຈມຕີທີ່ກໍ່ໃຫ້ເກີດຄວາມບາດເຈັບລົ້ມຕາຍຫຼາຍທີ່ສຸດ ຊື່ງກອງທັບອາເມລິກາ ດຳເນີນໃນເຂດດິນແດນຊີຣີ ໃນຫຼາຍເດືອນທີ່ຜ່ານມາ, ພ້ອມທັງເປັນຂີດໝາຍການແຊກແຊງຢ່າງແຮງຂອງກອງທັບອາເມລິກາ ຢູ່ປະເທດອາຣັບນີ້. ວົງຄະນາຍາດສາກົນໄດ້ສະແດງປະຕິກິລິຍາໂດຍທັນທີ.
TAG
VOV/VOVworld/ຕາເວັນອອກກາງ/ບຸກໂຈມຕີທາງອາກາດ/ຊີຣີ/ຕາເວັນອອກຊີຣີf ປິນຂັ້ນໄດ/ຄັດຄ້ານ
Related








