ຕາເວັນອອກກາງປະເຊີນໜ້າກັບຄວາມສ່ຽງ ເກີດການໃຊ້ຄວາມຮຸນແຮງຢ່າງໜັກໜ່ວງ
29/11/2019 05:38
(VOVWORLD) - ໃນໄລຍະທີ່ຜ່ານມາ, ເຂດຕາເວັນອອກກາງ ຊື່ງແມ່ນ 1 ໃນບັນດາສະຖານທີ່ຮ້ອນເຮັ່ງທີ່ສຸດຂອງໂລກໃນຫຼາຍທົດສະວັດຜ່ານມາ ສືບຕໍ່ເກີດການຜັນແປເປັນໜ້າວິຕົກກັງວົນຫຼາຍຢ່າງ, ໂດຍເລີ່ມມາຈາກຄວາມມັກໃຫຍ່ໄຝ່ສູງ, ຄວາມທະເຍີທະຍານ ຂອງປະເທດມະຫາອຳນາດຈຳນວນໜຶ່ງ, ເຊິ່ງໄດ້ເຮັດໃຫ້ສະພາບການຂອງພາກພື້ນນີ້ຕົກເຂົ້າສູ່ຄວາມສ່ຽງເກີດການໃຊ້ຄວາມຮຸນແຮງທີ່ອັນຕະລາຍທີ່ສຸດ.

ຫວ່າງແລ້ວນີ້, ອຳນາດການປົກຄອງອາເມລິກາ ໄດ້ສະແດງອອກໃຫ້ເຫັນການປ່ຽນແປງອັນເປັນພື້ນຖານ ກ່ຽວກັບຫຼັກໝັ້ນທີ່ໄດ້ຮັກສາໄວ້ໃນຫຼາຍທົດສະວັດທີ່ຜ່ານມາ ໃນການຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ຢູ່ເຂດດິນແດນຍຶດຄອງຂອງຊາວ Palestine. ວັນທີ 18 ພະຈິກ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ Washington ສະໜັບສະໜູນສິດຂອງ Israel ໃນການກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຊື່ງເປັນຂີດໝາຍແຫ່ງການຕ່າວປີ້ນນະໂຍບາຍຂອງ ອາເມລິກາ ໃນ 40 ປີທີ່ຜ່ານມາ ໃນຂະນະທີ່ໄດ້ປະຕິເສດທັດສະນະດ້ານກົດໝາຍຂອງກະຊວງການຕ່າງປະເທດ ອາເມລິກາ ມາແຕ່ປີ 1978, ໃນນັ້ນຖືວ່າ ບັນດາເຂດຕັ້ງຖິ່ນນຖານຄົງທີ່ແມ່ນ “ບໍ່ເໝາະສົມກັບກົດໝາຍສາກົນ”.
TAG
VOV/VOVworld/ເຂດຕັ້ງຖິ່ນຖານຄົງທີ່/ຝັ່ງຕາເວັນຕົກ/ອິດສະຣາແອັນ/ການໃຊ້ຄວາມຮຸນແຮງ
Related
More








