ຕາເວັນອອກກາງ - ພາກພື້ນຂາດສະຖຽນລະພາບປີ 2013
09/01/2014 11:47
ປີ 2013, ພາກພື້ນ ຕາເວັນອອກກາງ ຍັງຄົງຖືກຈັດອັນດັບໜຶ່ງ ໃນບັນຊີລາຍຊື່ ບັນດາພາກພື້ນທີ່ຂາດສະຖຽນລະພາບກ່ວາໝູ່ ໃນໂລກ ເພາະຍັງຄົງຕົວ ຫຼາຍຈຸດຮ້ອນ

ປີ 2013, ພາກພື້ນຕາເວັນອອກກາງຍັງຄົງຖືກຈັດອັນດັບໜຶ່ງໃນບັນຊີລາຍຊື່ ບັນດາພາກພື້ນທີ່ຂາດສະຖຽນລະພາບກ່ວາໝູູ່ໃນໂລກ ເພາະຍັງຄົງຕົວຫຼາຍຈຸດຮ້ອນ, ຍົກຕົວຢ່າງຄື ການປະທະກັນລະຫວ່າງ ອິດສະລາແອນ - ປາແລັດສຕິນ, ສົງຄາມກາງເມືອງຢູ່ຊີຣີ, ອີຣັກ, ໂຄງການນິວເຄຼຍຂອງອີຣານ. ຄວາມເປັນອັນຕະລາຍຍາມໃດກໍແມ່ນສິ່ງຊ້ອນແຝງເປັນປະຈຳຢູ່ພາກພື້ນນີ້, ອັນໄດ້ເຮັດໃຫ້ຕາເວັນອອກກາງປຽບເໝືອນຫີບດິນລະເບີດ ຊຶ່ງອາດຈະແຕກຂຶ້ນໃນບໍ່ວ່າເວລາໃດ. ສະພາບຂາດສະຖຽນລະພາບ ແລະ ການປະທະກັນຢູ່ ຕາເວັນອອກກາງປີ 2013 ຍັງຄົງໝູນອ້ອມເລື່ອງພິພາດຜືນແຜ່ນດິນ, ລະດັບການເສີມທາດຢູຣານີ, ຄວາມຂັດແຍ້ງກັນຢູ່ພາຍໃນ ພາໄປເຖິງສົງຄາມກາງເມືອງ. ນີ້ແມ່ນບັນດາຄວາມຂັດແຍ້ງກັນທີ່ເກີດມາແຕ່ດົນນານ ແລະ ຍັງບໍ່ທັນຮັບການແກ້ໄຂຢ່າງເຖິງຖອງເທື່ອ.
TAG
vov/vovworld/ສົງຄາມ/ຕາເວັນອອກກາງ
Related








