VOV WorldVOV World
ຫ້າງຫາກະກຽມບຸນເຕັດໃຫ້ແກ່ຜູ້ທຸກຍາກ:ການຮ່ວມແຮງຮ່ວມໃຈຂອງວົງຄະນາຍາດ
14/02/2018 17:00
(VOVWORLD) -ໂດຍເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບລະດູບານໃຫມ່ຂອງປະຊາຊົນຢູ່ທຸກແຖບຖິ່ນໃນທົ່ວປະເທດ, ມີຄອບຄົວທຸກຍາກຢູ່ຫວຽດນາມ ເກືອບ 2 ລ້ານຄອບຄົວ ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ. ເພື່ອໃຫ້ມີສິ່ງດັ່ງກ່າວ, ໃນກວ່າ 1 ເດືອນຜ່ານມາ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ໃນທົ່ວປະເທດ ໄດ້ຈັດການເຄື່ອນໄຫວຫລາຍຢ່າງເພື່ອສົ່ງເຄື່ອງຂອງໄປຊ່ວຍປະຊາຊົນທຸກຍາກຕ້ອນຮັບບຸນເຕັດ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວເປັນປະຈຳໄລຍະເທົ່ານັ້ນ ຫາກຍັງໄດ້ກາຍເປັນຈຸດວັດທະນະທຳທີ່ເປັນຫນ້າເຄົາລົບນັບຖືຂອງຊາວຫວຽດນາມ, ປະກອບສ່ວນສ້າງສັງຄົມອັນດີງາມກວ່າ.
 ການເຄື່ອນໄຫວມອບຂອງຂວັນບຸນເຕັດໃຫ້ຜູ້ທຸກຍາກ, ຊາວເຜົ່າສ່ວນຫນ້ອຍ ພາບ:(Hương Trà/VOV5 ດ້ວຍທິດນຳທີ່ວ່າ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ, ໃນຊຸມປີຜ່ານມາ, ການຮ່ວມແຮງຮ່ວມໃຈຫ້າງຫາກະກຽມບຸນເຕັດໃຫ້ຜູ້ທຸກຍາກໄດ້ແຜ່ຂະຫຍາຍຢ່າງກວ້າງຂວາງ, ຊ່ວຍໃຫ້ຄອບຄົວທຸກຍາກນັບລ້ານເທື່ອຄອບຄົວໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ເບີກບານມ່ວນຊື່ນ.
TAG
VOV/VOVworld/ຫນູນຊ່ວຍຜູ້ທຸກຍາກ