ຕັດສິນໃຈປະຕິບັດເປົ້າໝາຍຄວບຄູ່: ຍູ້ໂລກລະບາດໃຫ້ຖອຍໄປ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ
20/05/2020 08:58
(VOVWORLD) - ລັດຖະບານຈະເດັດດ່ຽວປະຕິບັດບັນດາມາດຕະການ, ຄວບຄຸມໂລກລະບາດໂຄວິດ-19 ໃຫ້ໄດ້ໂດຍໄວ. ພ້ອມທັງຜັນຂະຫຍາຍບັນດາມາດຕະການຄົບຊຸດ, ຊຸກຍູ້ພື້ນຖານເສດຖະກິດເພີ່ມຄວາມໄວ ພາຍຫລັງໂລກລະບາດ.

ນັ້ນແມ່ນຄຳເນັ້ນໜັກຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເມື່ອນຳສະເໜີບົດລາຍງານກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມປີ 2020 ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຊຸດທີ 14, ດຳເນີນໃນຕອນເຊົ້າວັນທີ 20 ພຶດສະພາ. VOV ຂໍຄັດສະເໜີບາງເນື້ອໃນສຳຄັນໃນບົດລາຍງານດັ່ງກ່າວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN) ນຳສະເໜີບົດລາຍງານທີ່ກອງປະຊຸມສະໄໝສາມັນດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ໃນຊຸມເດືອນຕົ້ນປີ 2020, ໂລກມີການຜັນແປຢ່າງໃຫຍ່ຫລວງ ທີ່ບໍ່ເຄີຍມີມາກ່ອນໃນຫລາຍທົດສະວັດຜ່ານມາ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ຫວຽດນາມ ກໍ່ຖືກຮັບຜົນສະທ້ອນຢ່າງໜັກ; ບັນດາການເຄື່ອນໄຫວເສດຖະກິດ - ສັງຄົມຖືກຢຸດສະງັກ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ໄດ້ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ພະຍາຍາມໃຫ້ມີບາດກ້າວບຸກທະລຸ, ສຸມໃສ່ປະຕິບັດເປົ້າໝາຍຄວບຄູ່, ທັງປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຂ້ຽວຂາດ ບົນເນື້ອໃນຈິດໃຈຕ້ານໂລກລະບາດຄືຕ້ານສັດຕູ, ທັງຕັດສິນໃຈຮັກສາ, ຟື້ນຟູ, ພັດທະນາບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ.
TAG
VOV/VOVworld/ຕັດສິນໃຈ/ເປົ້າໝາຍຄວບຄູ່/ໂລກລະບາດ/ເສດຖະກິດ-ສັງຄົມ
Related
More








