VOV WorldVOV World
ຕິດ​ແທດ​ພຶດ​ຕິ​ກຳ​ຕົວ​ຈ​ິງ, ຕອບ​ສະ​ໜອງ​ຄວາມມຸ່ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ
16/03/2022 09:40
(VOVWORLD) - ວັນທີ 16 ມີນາ, ວາລະຊັກຖາມ ແລະ ຕອບຄຳຊັກຖາມຄັ້ງທຳອິດຂອງຄະນະປະຈຳສະພາແຫ່ງຊາດຊຸດທີ XV ໄດ້ດຳເນີນໂດຍກົງຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ) ແລະ ໄດ້ເຊື່ອມຕໍ່ທາງໄກກັບ ຄະນະສະມາຊິກສະພາແຫ່ງຊາດຢູ່ 62 ແຂວງ, ນະຄອນຂຶ້ນກັບສູນກາງ. ເນື້ອໃນການຊັກຖາມໄດ້ສຸມໃສ່ບັນຫາທີ່ຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ໃນຂົງເຂດອຸດສາຫະກຳການຄ້າ, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ວາລະຊັກຖາມສືບຕໍ່ສະແດງໃຫ້ເຫັນ ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດໄດ້ປະຕິບັດຢ່າງມີປະຊາທິປະໄຕ, ເປັນປະຈຳ, ຕິດແທດກັບພຶດຕິກຳຕົວຈິງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງຫວັງປາດຖະໜາຂອງຜູ້ມີສິດເລືອກຕັ້ງ.
ຄະນະປະຈຳສະພາແຫ່ງຊາດຊຸດທີ XV ດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ (ພາບ: baochinhphu.vn )
TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ/ສະ​ພາດ​ແຫ່ງ​ຊາດ