ຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດເພື່ອຍົກສູງສິດທິມະນຸດ
11/09/2019 08:47
(VOVWORLD) - ໜຶ່ງໃນບັນດາເນື້ອໃນຂອງກອງປະຊຸມສະພາສິດທິມະນຸດ ສປຊ ຄັ້ງທີ 42 ທີ່ພວມດຳເນີນຢູ່ເຊີແນວ ປະເທດສະວິດ ແຕ່ວັນທີ 10-27 ກັນຍາ ແມ່ນສຸມໃສ່ບັນດາການປ່ຽນແປງຂອງດິນຟ້າອາກາດ. ໂດຍແມ່ນປະເທດຖືກຜົນສະທ້ອນຢ່າງເລິກເຊິ່ງຈາກການປ່ຽນແປງຂອງດິນຟ້າອາກາດນັ້ນ, ຫວຽດນາມ ມີບັນດານະໂຍບາຍ, ແຜນນະໂຍບາຍ ແລະ ບັນດາວຽກເຮັດຕົວຈິງ ເພື່ອແນໃສ່ ຫລຸດຜ່ອນຜົນຮ້າຍຈາກການປ່ຽນແປງຂອງດິນຟ້າອາກາດໃຫ້ຢູ່ໃນລະດັບຕ່ຳສຸດ.

(ພາບປະກອບ: Soha.vn) ຫວຽດນາມ ແມ່ນ 1 ໃນຈຳນວນ 10 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກ່ວາໝູ່ຈາກການປ່ຽນແປງຂອງດິນຟ້າອາກາດໃນຮອບເວລາ 20 ປີຜ່ານມາຍ້ອນພະຍຸ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ. ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແມ່ນໜຶ່ງໃນເຂດທົ່ງພຽງສາມແຫ່ງໃນໂລກ ຖືກຜົນກະທົບຍ້ອນນ້ຳທະເລຂຶ້ນສູງ. ຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ຫວຽດນາມ ແມ່ນໜັກໜ່ວງທີ່ສຸດ. ແມ່ນໄພອັນຕະລາຍຕໍ່ເປົ້າໝາຍລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ, ເປົ້າໝາຍສະຫັດສະວັດເພື່ອການພັດທະນາແບບຍືນຍົງ. ການປ່ຽນແປງຂອງດິນຟ້າອາກາດຢູ່ຫວຽດນາມ ຍັງນາບຂູ່ຢ່າງຮ້າຍແຮງເຖິງການຄ້ຳປະກັນສະບຽງອາຫານ ແລະ ການພັດທະນາກະສິກຳ.
TAG
VOV/VOVworld/ການປ່ຽນແປງຂອງດິນຟ້າອາກາດ/ສິດທິມະນຸດ/ປົກປັກຮັກສາສິ່ງແວດລ້ອມ/ເປົ້າໝາຍ/ຮັບມື
Related








