VOV WorldVOV World
ຕັ້ງ​ຄວາມ​ຫວັງ​ຕໍ່​ທາງ​ອອກແກ່​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ
15/03/2022 07:32
(VOVWORLD) -ລັດເຊຍ ແລະ ຢູແກຼນ ພວມດຳເນີນການເຈລະຈາຮອບທີ 4 ຕາມຮູບການທາງໄກ ພາຍຫຼັງດຳເນີນການເຈລະຈາໂດຍກົງມາໄດ້ 3 ຮອບ. ເຖິງວ່າຍັງບໍ່ທັນບັນລຸໄດ້ຄຳສັ່ງຢຸດຍິງ, ຖອນກຳລັງທະຫານກໍຕາມ, ແຕ່ເລື່ອງທີ່ສອງປະເທດສືບຕໍ່ເຈລະຈາ, ພ້ອມກັນສົ່ງຖະແຫຼງການທີ່ຕັ້ງໜ້າ, ອັນໄດ້ສ້າງຄວາມຫວັງໃນການຊອກຫາທາງອອກແກ່ວິກິດການ Moscow – Kiev.
ກ່ອນການເຈລະຈາຮອບໃໝ່ທີ່ໄດ້ເລີ່ມໃນວັນທີ 14 ມີນາ ທີ່ປຶກສາຂອງທ່ານປະທານາທິບໍດີ ຢູແກຼນ Mykhailo Podolyak ໃຫ້ຮູ້ວ່າ, ເປົ້າໝາຍຂອງຮອບເຈລະຈາຄັ້ງນີ້ ແມ່ນສຸມໃສ່ເຮັດແນວໃດບັນລຸໄດ້ຄຳສັ່ງຢຸດຍິງ, ຖອນກຳລັງທະຫານ ແລະ ຮັບປະກັນດ້ານຄວາມໝັ້ນຄົງໃຫ້ແກ່ ຢູແກຼນ. ເຖິງຢ່າງໃດກໍຕາມ, ໃນແຈ້ງການຫຼ້າສຸດ, ສອງຝ່າຍພວມສືບຕໍ່ເຮັດວຽກຢ່າງຮີບດ່ວນເພື່ອກຳນົດທິດທາງລວມ. ນີ້ແມ່ນການເຈລະຈາຮອບທີ 4 ລະຫວ່າງ ຢູແກຼນ ແລະ ລັດເຊຍ ນັບແຕ່ເມື່ອ ມົດສະກູ ຜັນຂະຫຍາຍບັ້ນການທະຫານພິເສດ ຢູ່ ຢູແກຼນ ໃນວັນທີ 24 ກຸມພາ. ໃນການເຈລະຈາ 3 ຄັ້ງກ່ອນ ຖືກຈັດຂຶ້ນໂດຍກົງຢູ່ ເບລາຣຸດ. ລັດຖະມົນຕີການຕ່າງປະເທດສອງປະເທດກໍພົບກັນໃນວັນທີ 10 ມີນາ ເພື່ອຊອກຫາມາດຕະການແກ້ໄຂການປະທະກັນ.
TAG
VOV/VOVworld/​ທາງ​ອອກ/ລັດ​ເຊຍ/ຢູ​ແກຼນ/ຄວາມ​ຫວັງ