VOV WorldVOV World
ຫວນຄືນໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2013
15/01/2014 14:26
ປີ 2013, ຫວຽດນາມ ແລະ ອາເມລິກາ ໄດ້ສ້າງຂອບເຂດການພົວພັນ ຄູ່ຮ່ວມມື ຮອບດ້ານ. ເຫດການນີ້ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີປາຊີຟິກ ແລະ ໃນໂລກ
ຫວນຄືນໝາກຜົນແຫ່ງການຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາໃນປີ 2013
ປີ 2013, ຫວຽດນາມ ແລະ ອາເມລິກາໄດ້ສ້າງຂອບເຂດການພົວພັນຄູ່ຮ່ວມມື ຮອບດ້ານ. ເຫດການນີ້ບໍ່ພຽງແຕ່ສ້າງທ່ວງທ່າໃຫ້ແກ່ບັນດາກົນໄກຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ອາຊີປາຊີຟິກ ແລະ ໃນໂລກອີກດ້ວຍ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງພົບປະກັບ ປະທານາທິບໍດີອາເມລິກາ Obama ຢູ່ທຳນຽບຂາວເມື່ອ​ເດືອນ 7/2013  (ພາບ: TTXVN)       ປີ 2013, ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ​ລະຫວ່າງ 2 ປະ​ເທດ ​ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ. ບັນດາ​ການ​ນຳ​ສູງ​ສຸດ​ຂອງ​ຫວຽດນາມ ຄື​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ້​ນຢຸງ ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຕ່າງ​ກໍ​ມີ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ. ກົງກັນຂ້າມ, ຮ່າ​ໂນ້ຍກໍ​ໄດ້​ຕ້ອນຮັບ​ເຈົ້າໜ້າ​ທີ່​ຂັ້ນສູງ​ຫຼາຍ​ທ່ານ​ຂອງ​ອາ​ເມ​ລິ​ກາ ຄື ລັດຖະມົນຕີກະຊວງ​ການ​ເງິນ, ລັດຖະມົນຕີກະຊວງ​ສາທາລະນະ​ສຸກ, ຜູ້ຕາງໜ້າ​ການ​ຄ້າ, ຮອງ​ທີ​ປຶກສາ​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຜູ້​ບັນຊາ​ການ​ກຳລັງ​ທະຫານ​ຮັບຜິດຊອບ​ພາກ​ພື້ນ​ປາຊີ​ຟິກ ​ແລະ ​ໃນ​ມໍ່ໆ​ມາ​ນີ້ ​ແມ່ນ ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ທ່ານ John Kerry. ການ​ຢ້ຽມຢາມ​ເຫຼົ່າ​ນັ້ນ, ປະກອບສ່ວນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງຢ່າງສູງ, ​ເປີດ​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ໃນ​ຫຼາຍ​ຂົງ​ເຂດ. ພິ​ເສດ, ດ້ວຍ​ການສ້າງຂອບເຂດການພົວພັນ ຄູ່ຮ່ວມມື ຮອບດ້ານ, ປີ 2013 ​ໄດ້​ກາຍ​ເປັນ​ຫຼັກ​ໝາຍ​ທີ່​ສຳຄັນ​ໃນ​ການ​ພົວພັນ ຫວຽດນາມ ແລະ ອາເມລິກາ.   
TAG
vov/vovworld/ຫວຽດນາມ/ອາເມລິກາ