VOV WorldVOV World
ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ
22/07/2019 09:03
(VOVWORLD) - ກອງປະຊຸມຂັ້ນລັດຖະມົນຕີຂະບວນການບໍ່ຮ່ວມກຸ່ມໄດ້ດຳເນີນໃນລະຫວ່າງວັນທີ 20 – 21 ກໍລະກົດ 2019 ຢູ່ Caracas, ເວເນຊູເອລາ, ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ ເວເນຊູເອລາ, ປະທານຄະນະປະກຳມະການປະສານງານບໍ່ຮ່ວມກຸ່ມ. ດ້ວຍບົດບາດຕິດພັນກັບບັນດາປະເທດພວມພັດທະນາ, ໃນຕະຫຼອດໄລຍະ 58 ປີທີ່ຜ່ານມາ, ຂະບວນການບໍ່ຮ່ວມກຸ່ມໄດ້ກາຍເປັນເວທີປາໄສຫຼາຍຝ່າຍນຳໜ້າໃນ ການປ້ອງກັນ ແລະ ສ້າງບັນດາຫຼັກການໃນການຮ່ວມມື ແລະ ເຈລະຈາ ສາກົນ, ປົກປ້ອງສິດຜົນປະໂຫຍດຂອງບັນດາປະເທດພວມພັດທະນາຈຳນວນຫຼວງຫຼາຍ. ທີ່ກອງປະຊຸມຄັ້ງນີ້, ຫວຽດນາມສືບຕໍ່ມີບັນດາການເຄື່ອນໄຫວທີ່ຕັ້ງໜ້າ, ສົມທົບຢ່າງແໜ້ນແຟ້ນເພື່ອແນໃສ່ເພີ່ມທະວີຄວາມສາມັກຄີ, ຍົກສູງບົດບາດຂອງຂະບວນການ, ມານະພະຍາຍາມສູ້ຊົນເພື່ອບັນດາເປົ້າໝາຍຮັກສາສັນຕິພາບ, ເອກະລາດຂອງຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າທາງສັງຄົມ.
ຫວຽດ​ນາມ​ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ໃຫ້​ແກ່​ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ
ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VBC) 
TAG
VOV/VOVworld/ຫວຽດ​ນາມ/​ ຂະ​ບວນ​ການບ​ໍ່​ຮ່ວມ​​ກຸ່ມ