ຫວຽດນາມ-ກາຊັກສະຖານ ຊຸກຍູ້ການພົວພັນສອງຝ່າຍ
13/11/2019 09:14
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ຄະນະຜູ້ແທນສະພາຕ່ຳ ສາທາລະນະລັດ ກາຊັກສະຖານ ໂດຍທ່ານປະທານສະພາຕ່ຳ Nurlan Nigmatulin ນຳໜ້າ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 13-15 ພະຈິກ. ການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງການນຳສອງປະເທດ ເພື່ອແນໃສ່ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ.

ການນຳສອງຝ່າຍພົບປະກັນຢູ່ນອກ ກອງປະຊຸມສະມັດຊາໃຫ່ຍລັດຖະສະພາສາກົນຄັ້ງທີ 140 (ພາບ: TTXVN) ກາຊັກສະຖານ ແມ່ນປະເທດທີ່ກ້ວາງໃຫ່ຍຕັ້ງຢູ່ທາງທິດຕາເວັນຕົກຂອງທະວີບອາຊີ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ໃນການຮ່ວມມືດ້ານເສດຖະກິດ, ຂົນສົ່ງສິນຄ້າ. ຫວຽດນາມ ແລະ ກາຊັກສະຖານ ໄດ້ສ້າງຕັ້ງສາຍພົວພັນທາງການທູດຢ່າງເປັນທາງການກ່ອນນີ້ 27 ປີ, ແຕ່ໃນຕົວຈິງ, ສອງປະເທດມີສາຍພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອມາແຕ່ຫຼາຍກ່ວາ 70 ປີແລ້ວ, ນັບແຕ່ສະໄໝສະຫະພາບ ໂຊວຽດ ໃນເມື່ອກ່ອນ.
TAG
VOV/VOVworld/ຫວຽດນາມ/ກາຊັກສະຖານ/K.Dzhakupov/Nurlan Nigmatulin/ປະທານສະພາຕ່ຳ
Related
More







