ຫວຽດນາມ ປະກອບສ່ວນສ້າງປະຊາຄົມ ອາຊຽນ ໝັ້ນຄົງເຂັ້ມແຂງ
05/09/2023 07:18
(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ, ນັບແຕ່ວັນທີ 4 – 7 ກັນຍາ. ໃນບັນດາບົດກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຕັ້ງໜ້າແບ່ງປັນທັດສະນະຂອງ ຫວຽດນາມ, ສະເໜີບັນດາຂໍ້ລິເລີ່ມ, ການກໍານົດທິດໃນຫຼາຍຂົງເຂດຮ່ວມມືສຳຄັນ, ເພື່ອແນໃສ່ປະຕິບັດຫົວຂໍ້ “ອາຊຽນ ມີຄວາມສຳຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ປະກອບສ່ວນປັບປຸງວິວັດທະນາການສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເດີນທາງມາຮອດສະໜາມບິນສາກົນ Soekarno- Hatta, ນະຄອນຫຼວງ ຈາກາຕາ, ອິນໂດເນເຊຍ ໃນວັນທີ 4/9/2023 (ພາບ: VOV) ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ພວມເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢູ່ ຈາກາຕາ, ອິນໂດເນເຊຍ, ນັບແຕ່ວັນທີ 4 – 7 ກັນຍາ. ໃນບັນດາບົດກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍຕັ້ງໜ້າແບ່ງປັນທັດສະນະຂອງ ຫວຽດນາມ, ສະເໜີບັນດາຂໍ້ລິເລີ່ມ, ການກໍານົດທິດໃນຫຼາຍຂົງເຂດຮ່ວມມືສຳຄັນ, ເພື່ອແນໃສ່ປະຕິບັດຫົວຂໍ້ “ອາຊຽນ ມີຄວາມສຳຄັນ: ສູນກາງແຫ່ງການຈະເລີນເຕີບໂຕ”, ປະກອບສ່ວນປັບປຸງວິວັດທະນາການສ້າງປະຊາຄົມ ອາຊຽນ ສາມັກຄີ, ໝັ້ນຄົງເຂັ້ມແຂງ, ມີທີ່ຕັ້ງບົດບາດນັບມື້ນັບສຳຄັນຢູ່ພາກພື້ນ ແລະ ໃນໂລກ. ບັນດາກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ໄດ້ດຳເນີນໃນສະພາບການໂລກ ແລະ ພາກພື້ນ ສືບຕໍ່ມີການຜັນແປຢ່າງວ່ອງໄວ, ສັບສົນ. ຕໍ່ໜ້າບັນດາສິ່ງທ້າທາຍ ແລະ ທັງມີກາລະໂອກາດນັ້ນ, ອາຊຽນ ຢຶດໝັ້ນເປັນກຳລັງໃຈກາງໃນວິວັດການປັບປຸງສັນຕິພາບ, ຮັກສາສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ກວ້າງໃຫຍ່ກວ່າແມ່ນ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ. ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການນີ້.
TAG
VOV/VOVworld/ກອງປະຊຸມສຸດຍອດ ອາຊຽນ/ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ/ວິໄສທັດປະຊາຄົມ ອາຊຽນ
Related








