ຫວຽດນາມ ສະມາຊິກຕັ້ງໜ້າ, ມີຄວາມເປັນເຈົ້າການຂອງເວທີປາໄສຫຼາຍຝ່າຍ ຢູ່ ສປຊ
20/09/2023 08:37
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພວມເຂົ້າຮ່ວມວາລະປຶກສາຫາລືລວມລະດັບສູງຊຸດທີ 78 ສະມັດຊາໃຫຍ່ ສປຊ ທີ່ໄດ້ດຳເນີນຢູ່ ນິວຢອກ, ປະເທດ ອາເມລິກາ. ເຂົ້າຮ່ວມເຫດການ ແລະ ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະສົ່ງສານກ່ຽວກັບຫວຽດນາມ ທີ່ມີຄວາມຮັກຫອມສັນຕິພາບ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບ, ຕັ້ງໜ້າ, ເປັນເຈົ້າການ ແລະ ມີປະສິດທິຜົນ ໃນວຽກງານລວມຂອງ ສປຊ. ການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ກໍ່ກົງກັບໂອກາດສະເຫຼີມສະຫຼອງ 46 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກຂອງ ສປຊ (20/9/1977-20/9/2023)ຢ່າງເປັນທາງການ, ສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການຮ່ວມມືແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເດີນທາງໄປປະຕິບັດງານຢູ່ ອາເມລິກາ (ພາບ: VGP )
TAG
VOV/VOVworld/ຫວຽດນາມ/ສັນຕິພາບ/ສປຊ
Related








