VOV WorldVOV World
ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັ້ງ​ໜ້າ ຂອງ APEC
14/11/2023 09:07
(VOVWORLD) - ນັບແຕ່ວັນທີ 14 ພະຈິກ ຫາວັນທີ 17 ພະຈິກ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2023 ແລະ ສົມທົບການເຂົ້າຮ່ວມບັນດາການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ. ເຫດການດັ່ງກ່າວກໍເປັນສ້າງຂີດໝາຍ 25 ປີ ແຫ່ງວັນ ຫວຽດນາມເຂົ້າຮ່ວມ APEC, ພ້ອມທັງສືບຕໍ່ຢັ້ງຢືນ ຫວຽດນາມ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຮ່ວມມື APEC, ເຊິ່ງໄດ້ ແລະ ພວມສືບຕໍ່ມີຫຼາຍຂໍ້ລິເລີ່ມ, ໂຄງການຮ່ວມມື ທີ່ໄດ້ຮັບການຕີລາຄາສູງຈາກບັນດາປະເທດສະມາຊິກ.
ຫວຽດ​ນາມ ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ຕັ້ງ​ໜ້າ ຂອງ APEC
ສຳລັບ ຫວຽດນາມ, ພາກພື້ນ ອາຊີ - ປາຊີຟິກ ແລະ ເວທີປາໄສ APEC ມີຄວາມໝາຍສຳຄັນ. ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ປະກອບສ່ວນຢ່າງແທດຈິງ ແລະ ມີປະສິດທິຜົນເຂົ້າໃນຜົນສຳເລັດລວມຂອງສັບປະດາສຸດຍອດ.
TAG
VOV/VOVworld/APEC/ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ/ຫວຽດ​ນາມ

More