VOV WorldVOV World
ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
09/11/2022 09:09
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ, Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40, 41 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ທ່ານນາຍົກລັດຖະມົນຕີ ພ້ອມກັບການນຳໃນພາກພື້ນ ໄດ້ປຶກສາຫາລື ກ່ຽວກັບວິວັດທະນາການກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນທາງການທູດ, ບົດບາດເປັນໃຈກາງຂອງ ອາຊຽນ, ບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຜ່ານນັ້ນ, ສືບຕໍ່ຢັ້ງຢືນວ່າ ຫວຽດນາມ ແມ່ນສະມາຊິກຍາມໃດກໍ່ມີຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການຮັກສາ ແລະ ປັບປຸງບົດບາດເປັນໃຈກາງ ແລະ ເສີມຂະຫຍາຍຄວາມຮັບຜິດຊອບສຽງເວົ້າຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ທີ່ມີຕໍ່ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເປັນປະທານພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
TAG
VOV/VOVworld/ຫວຽດ​ນາມ/ກຳ​ປູ​ເຈຍ