VOV WorldVOV World
ຫວຽດນາມ ຈະມີຂໍ້ລິ​ເລີ່​ມ ​ແລະ ບຸລິມະສິດ​​ຫຼາຍຢ່າງ​ໃນ​ເສົາ​ຄໍ້າ​ເສດຖະກິດ ອາຊຽນ
17/02/2020 09:00
(VOVWORLD) - ໃນປີ ເປັນປະທານ ອາຊຽນ 2020, ໄປຄຽງຄູ່ກັບບັນດາເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມືຂອງ ອາຊຽນ, ຫວຽດນາມ ຈະມີບັນດາຂໍ້ລິເລີ່ມ ກໍຄືບຸລິມະສິດ ເພື່ອຊຸກຍູ້ເສົາຄໍ້າເສດຖະກິດ, ຖືນີ້ແມ່ນເສົາຄໍ້າພື້ນຖານ, ເພື່ອແນໃສ່ຊຸກຍູ້ການຮ່ວມສໍາພັນ ແລະ ເຊື່ອມຕໍ່, ນໍາ ອາຊຽນ ກາຍເປັນໜຶ່ງໃນບັນດາພາກພື້ນພັດທະນາເສດຖະກິດແຖວໜ້າຂອງໂລກ.
ຫວຽດນາມ ຈະມີຂໍ້ລິ​ເລີ່​ມ ​ແລະ ບຸລິມະສິດ​​ຫຼາຍຢ່າງ​ໃນ​ເສົາ​ຄໍ້າ​ເສດຖະກິດ ອາຊຽນ
          4 ເນື້ອໃນຕົ້ນຕໍກ່ຽວກັບການເຊື່ອມໂຍງເສດຖະກິດພາຍໃນກຸ່ມ ພວມໄດ້ຮັບຄວາມສົນໃຈຈາກບັນດາປະເທດ ອາຊຽນໃນປີ 2020. ນັ້ນແມ່ນ ໄລຍະກາງອາຍຸການປະຕິບັດແຜນການສັງລວມ ກໍ່ສ້າງປະຊາຄົມ ເສດຖະກິດ ອາຊຽນ ປີ 2025 ໃນສະພາບການເສດຖະກິດທົ່ວໂລກ ແລະ ພາກພື້ນ ພວມມີການປ່ຽນແປງ ແລະ ຜັນແປຫຼາຍຢ່າງທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້; ກໍ່ສ້າງຍຸດທະສາດສັງລວມຂອງ ອາຊຽນ ໃນການປະຕິວັດອຸດສາຫະກໍາ ຄັ້ງທີ 4; ຄົ້ນຄວ້າໂດຍພື້ນຖານ ກ່ຽວກັບລະບົບຄຸ້ມຄອງເອກະສານນິຕິກໍາ ພາຍໃນ ອາຊຽນ ແລະ ພິເສດແມ່ນບັນດາບຸລິມະສິດໃນເສົາຄໍ້າເສດຖະກິດ ຂອງ ອາຊຽນ ໃນປີ 2020 ໂດຍ ຫວຽດນາມ ສະເໜີ.         ບັນດາປະເທດ ອາຊຽນ ພວມພິຈາລະນາ ແລະ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ, ພິເສດແມ່ນກ່ຽວຂ້ອງເຖິງບັນດາບຸລິມະສິດໃນເສົາຄໍ້າເສດຖະກິດຂອງ ອາຊຽນ ໃນປີ 2020 ແລະ ຖືນີ້ ແມ່ນພື້ນຖານເພ່ືອຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງບັນດາປະເທດ ອາຊຽນ ໃນຂົງເຂດເສດຖະກິດ.
TAG
VOV/VOVworld/ອາ​ຊຽນ/ຫວຽດ​ນາມ/ບຸລິມະສິດ/ຂໍ້ລິເລີ່ມ