VOV WorldVOV World
ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ: ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​​ໃນ​ກາ​ນຮ່ວມ​ມື
09/09/2019 09:17
(VOVWORLD) - ກອງພົບປະເອກອັກຄະລັດຖະທູດບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ປະຈໍາຫວຽດນາມ ປີ 2019 ໂດຍ ກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນເປັນຄັ້ງທໍາອິດໃນລະຫວ່າງວັນທີ 9 – 10 ກັນຍາ ຢູ່ຮ່າໂນ້ຍ. ໂດຍເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບຂອງບັນດາປະເທດຕາເວັນອອກກາງ - ອາຟະລິກາ, ຫວຽດນາມ ຍາມໃດກໍຖືການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບບັນດາປະເທດຕາເວັນອອກກາງໃນພາກພື້ນນີ້ເປັນສໍາຄັນ. ດັ່ງນັ້ນ, ນີ້ແມ່ນເຫດການເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ສ້າງກາລະໂອກກາດໂອ້ລົມສົນທະນາ ແລະ ແລກປ່ຽນໂດຍກົງລະຫວ່າງບັນດາອົງການຕາງໜ້າທາງການທູດຂອງບັນດາປະເທດໃນພາກພື້ນນີ້ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຂອງຫວຽດນາມ ກ່ຽວກັບບັນດາມາດຕະການລະອຽດເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນຫຼາຍດ້ານກວ່າອີກ.
ຫວຽດນາມ ​ແລະ ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ - ອາ​ຟະ​ລິ​ກາ: ມີ​ຄວາມ​ສາມາດ​ບົ່ມ​ຊ້ອນຫຼາຍຢ່າງ​​ໃນ​ກາ​ນຮ່ວມ​ມື
ດ້ວຍຕະຫຼາດມີປະຊາກອນກວ່າ 1,6 ຕື້ຄົນ, ມີເນື້ອທີ່ກວ້າງກວ່າ 36 ລ້ານ Km2, ຕາເວັນອອກກາງ - ອາຟະລິກາ ແມ່ນພາກພື້ນທີ່ມີຄວາມສາມາດບົ່່ມຊ້ອນຫຼາຍຢ່າງໃນການຮ່ວມມື. ກົງກັນຂ້າມ, ຫວຽດນາມ ແມ່ນປະເທດພວມພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ເຊິ່ງເປັນພາກພື້ນທີ່ມີການເຕີບໂຕໄວທີ່ສຸດໃນ ອາຊີ-ປາຊີຟິກ. ໃນຈໍານວນ 70 ປະເທດຢູ່ ຕາເວັນອອກກາງ - ອາຟະລິກາ, ມາຮອດປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງການພົວພັນທາງການທູດກັບ 69 ໃນຈໍານວນ 70 ປະເທດ; ມີການພົວພັນທາງການຄ້າກັບທຸກປະເທດໃນພາກພື້ນ ດ້ວຍວົງເງິນການຄ້າສອງສົ້ນບັນລຸກວ່່າ 17,5 ຕື້ USD ປີ 2018, ເພີ່ມຂຶ້ນ 300% ເມື່ອທຽບໃສ່ປີ 2008.         ບັນດາປະເທດ ຕາເວັນອອກກາງ - ອາຟະລິກາ ລ້ວນແຕ່ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ເຄີຍສະໜັບສະໜູນເຊິ່ງກັນແລະກັນໃນໄລຍະຕໍ່ສູ້ຍາດເອົາເອກະລາດໃຫ້ແກ່ປະເທດຊາດ ແລະ ພາລະກິດແຫ່ງການສ້າງສາ ແລະ ພັດທະນາເສດຖະກິດຂອງແຕ່ລະປະເທດ. ບັນດາປະເທດທີ່ມາຈາກ ອາຟະລິກາ, ຕາເວັນອອກກາງ ຕາງກໍຕີລາຄາສູງການພັດທະນາຂອງຫວຽດນາມ ໂດຍຖືວ່າ ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ ແລະ ການຮ່ວມສໍາພັນສາກົນພວມດໍາເນີນຢ່າງແຮງຢູ່ທັງ ທະວີບ ອາຊີ ແລະ ພາກພື້ນ ຕາເວັນອອກກາງ, ອາຟະລິກາ ດ້ວຍບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງຕົນທີ່ ສາມາດໜູນຊ່ວຍໃຫ້ແກ່ກັນນັ້ນ, ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດ ຕາເວັນອອກກາງ, ອາຟະລິກາ ພວມມີກາລະໂອກາດຫຼາຍຢ່າງເພື່ອພັດທະນາດີກວ່າອີກ.
TAG
VOV/VOVworld/ເອກອັກຄະລັດຖະທູດ/ຕາເວັນອອກກາງ/ອາຟະລິກາ