ຫວຽດນາມ ແລະ ຄວາມມານະພະຍາຍາມປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ
04/11/2022 09:00
(VOVWORLD) - ວັນທີ 4 ພະຈິກ 2022, ເຊິ່ງເປັນວັນບັນດາປະເທດໃນສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ຈີນ ໄດ້ລົງນາມໃນຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 8 ຈັດຂຶ້ນຢູ່ ກຳປູເຈຍ (ເດືອນພະຈິກ 11 ປີ 2002) ຄົບຮອບ 20 ປີເຕັມ.
ໃນຕະຫຼອດໄລຍະຜ່ານມາ, ຫວຽດນາມ ໄດ້ປະຕິບັດ DOC ຢ່າງເຂັ້ມງວດ, ຄົບຖ້ວນ, ມານະພະຍາຍາມຊຸກຍູ້ການຮ່ວມມືທະເລ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ. ໂດຍເປັນເອກະສານສະບັບທຳອິດທີ່ ອາຊຽນ ແລະ ຈີນ ບັນລຸໄດ້ໃນບັນຫາທະເລຕາເວັນອອກ, DOC ແມ່ນພື້ນຖານເພື່ອໄຈ້ແຍກ, ຕີລືາຄາລັກສະນະຖືກຕ້ອງຕາມກົດໝາຍ, ເປັນທຳໃນການປະພຶດຂອງບັນດາຝ່າຍທີ່ກ່ຽວຂ້ອງເຖິງບັນດາຄຳໝັ້ນສັນຍາຂອງຕົນ. ພ້ອມນັ້ນ, DOC ກໍ່ຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືທາງທະເລລະຫວ່າງ ອາຊຽນ - ຈີນ.
TAG
VOV/VOVworld/ທະເລຕາເວັນອອກ/DOC
Related








