VOV WorldVOV World
ຫວຽດນາມ ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ
11/10/2018 09:19
(VOVWORLD) -ໂດຍໄດ້ຮັບຄໍາເຊື້ອເຊີນຂອງທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo, ວັນທີ 11 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມ ການພົບປະລະຫວ່າງບັນດາການນໍາ ອາຊຽນ (ALG) ເນື່ອງໃນໂອກາດ ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ (IMF) - ທະນາຄານໂລກ (WB) ເຊິ່ງໄດ້ຈັດຂຶ້ນຢູ່ ບາລີ, ອິນໂດເນເຊຍ ແລະ ມີການຢ້ຽມຢາມ, ເຮັດວຽກ ຢູ່ ອິນໂດເນເຊຍ ແຕ່ວັນທີ 11 – 12 ຕຸລາ. ການຢ້ຽມຢາມຄັ້ງນີ້ ໄດ້ຢັ້ງຢືນຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບບັນດາປະເທດ ອາຊຽນ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ກວ່າອີກ.
        ດ້ວຍຫົວຂໍ້ “ຍາດແຍ່ງຄວາມບຸກທະລຸຂອງເຕັກໂນໂລຢີ ເພື່ອ ສ້າງບັນດາພື້ນຖານເສດຖະກິດກວມລວມຂອງອະນາຄົດໃຫ້ເປັນຮູບປະທໍາ”, ກອງປະຊຸມປະຈໍາປີ ກອງທຶນເງິນຕາສາກົນ-ທະນາຄານໂລກ ປີ 2018 ໄດ້ປຶກສາຫາລືບັນດາການກໍານົດທິດນະໂຍບາຍ, ມາດຕະການຍາດແຍ່ງການພັດທະນາຢ່າງແຮງຂອງເຕັກໂນໂລຢີ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ.         ໃນຂອບເຂດເຫດການດັ່ງກ່າວ, ກອງປະຊຸມພົບປະລະຫວ່າງບັນດາການນໍາ ອາຊຽນ ໄດ້ໄຂຂຶ້ນໃນວັນທີ 11 ຕຸລາ 2018, ດ້ວຍຫົວຂໍ້ວ່າ: “ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ຮັດແຄບຊ່ອງຫວ່າງໃນການພັດທະນາ ຜ່ານບັນດາການເຄື່ອນໄຫວສົມທົບກັນ ໃນລະດັບພາກພື້ນ ແລະ ທົ່ວໂລກ”.
TAG
VOV/VOVworld/ຍາດແຍ່ງ/ຊ່ອງຫວ່າງ/ເງິນຕາສາກົນ