VOV WorldVOV World
ຫວຽດນາມ ມານະພະຍາຍາມຜັນຂະຫຍາຍການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ
31/08/2023 09:55
(VOVWORLD) -ປີ 2015, ຫວຽດນາມ ໄດ້ກາຍເປັນປະເທດສະມາຊິກທີ 158 ຂອງສົນທິສັນຍາວ່າດ້ວຍການຕ້ານການທໍລະມານ ແລະ ບັນດາຮູບການຕ້ານການກະທຳ ຫລື ລົງໂທດທີ່ປ່າເຖື່ອນ, ໄຮ້ມະນຸດສະທຳ ຫຼື ເຮັດໃຫ້ເຊື່ອມເສຍກຽດສັກສີ (ເອີ້ນຫຍໍ້ວ່າ ສົນທິສັນຍາຕ້ານການທໍລະມານ ຫຼື ສົນທິສັນຍາ CAT). ການຜັນຂະຫຍາຍປະຕິບັດສົນທິສັນຍາຕ້ານການທໍລະມານດ້ວຍຫຼາຍມາດຕະການ, ໃນໄລຍະມໍ່ໆມານີ້, ຍິ່ງຢືນຢັນຄວາມຕັດສິນໃຈ ແລະ ນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ໃນວຽກງານຮັບປະກັນສິດທິມະນຸດ.
ຫວຽດນາມ ມານະພະຍາຍາມຜັນຂະຫຍາຍການປະຕິບັດສົນທິສັນຍາວ່າດ້ວຍການຕ້ານການທໍລະມານ
ຄ້າຍກັກຂັງນັກໂທດຫວີງກວາງ ຢູ່ ຫວີງຟຸກ ຈັດຕັ້ງວັນແມ່ຍິງ 8/3 ໃຫ້ນັກໂທດ.ພາບ:VOV ປະຈຸບັນ, ມີຫຼາຍຂໍ້ກຳນົດກ່ຽວກັບການປ້ອງກັນ ແລະ ການລົງໂທດບັນດາການກະທຳທີ່ກ່ຽວຂ້ອງເຖິງການທໍລະມານ ໃນສົນທິສັນຍາ CAT ໂດຍຫວຽດນາມ ໄດ້ນຳເອົາເຂົ້າໃນປະມວນກົດໝາຍອາຍາປີ 2015 ແລະ ປະມວນກົດໝາຍວ່າດ້ວຍການດຳເນີນຄະດີອາຍາປີ 2015 (ປັບປຸງ, ເພີ່ມເຕີມໃນປີ 2021), ກົດໝາຍວ່າດ້ວຍການຈັດຕັ້ງອົງການສືບສວນອາດຊະຍາກຳທາງອາຍາ ປີ 2015, ກົດໝາຍວ່າດ້ວຍການກັກຂັງພາງ ແລະ ກັກຂັງຊົ່ວຄາວ, ກົດໝາຍວ່າດ້ວຍກ່າວຟ້ອງ ກົດໝາຍວ່າດ້ວຍການອະໄພຍະໂທດ, ກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຄະດີອາຍາ. ພ້ອມກັນນັ້ນ, ເອກະສານແນະນຳທີ່ກ່ຽວຂ້ອງນັບຮ້ອຍສະບັບ ໄດ້ປັບປຸງຂັ້ນຕອນໃຫ້ເປັນມາດຕະຖານ, ເປີດເຜີຍບັນດາຂໍ້ກຳນົດ, ເພີ່ມເຕີມບັນດາຂໍ້ກຳນົດກົດລະບຽບ ເພື່ອປ້ອງກັນສະກັດກັ້ນການກະທຳ ທໍລະມານ, ປົກປ້ອງຜູ້ມີຄວາມສ່ຽງຕໍ່ການທໍລະມານ.
TAG
VOV/VOVworld/ສົນທິສັນຍາ/ການທໍລະມານ