ຫວຽດນາມ - ສະຖານທີ່ລົງທຶນປອດໄພພາຍຫລັງໂລກລະບາດໂຄວິດ-19
13/05/2020 08:27
(VOVWORLD) - ສື່ມວນຊົນສາກົນໄດ້ຍ້ອງຍໍຊົມເຊີຍຕໍ່ປະຕິກິລິຍາ ແລະ ວິທີປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງວ່ອງໄວ ແລະ ສຳເລັດຜົນຂອງ ຫວຽດນາມ.

ພາຍຫລັງຜົນສຳເລັດໃນການສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19, ປັດຈຸບັນ ຫວຽດນາມ ໄດ້ກາຍເປັນສະຖານທີ່ປອດໄພສຳລັບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ. ດ້ວຍທ່າໄດ້ປຽບຫລາຍຢ່າງພາຍຫລັງໄລຍະໂຄວິດ-19, ຫວຽດນາມ ໄດ້ຮັບຖືວ່າ ແມ່ນສະຖານທີ່ໝັ້ນໝາຍດີ ໃນສະພາບການບັນດານັກລົງທຶນສາກົນ ພວມຊອກຫາວິທີສ້າງລະບົບສະໜອງຂອງເຂົາເຈົ້າເປັນຫລາຍຮູບຫລາຍແບບ. (ພາບປະກອບ) ສື່ມວນຊົນສາກົນໄດ້ຍ້ອງຍໍຊົມເຊີຍຕໍ່ປະຕິກິລິຍາ ແລະ ວິທີປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢ່າງວ່ອງໄວ ແລະ ສຳເລັດຜົນຂອງ ຫວຽດນາມ. ສື່ມວນຊົນໄດ້ຄັດສະເໜີບັນດາຄຳເວົ້າຂອງນັກຊ່ຽວຊານດ້ານເສດຖະກິດທີ່ຕີລາຄາວ່າ ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ-19 ບໍ່ຫລາຍ ແລະ ບໍ່ມີກໍລະນີເສຍຊີວິດ, ຫວຽດນາມ ພວມມີທ່າໄດ້ປຽບ ເພື່ອຟື້ນຟູພື້ນຖານເສດຖະກິດໄດ້ໄວກ່ວາບັນດາປະເທດອື່ນ.
TAG
VOV/VOVworld/ຫວຽດນາມ/ລົງທຶນ/ໂລກລະບາດໂຄວິດ-19
Related
More








