ຫວຽດນາມ ສືບຕໍ່ປະກອບສຽງເວົ້າຢູ່ເວທີໄສຫລາຍຝ່າຍ
25/09/2018 08:06
(VOVWORLD) - ວາລະປະຊຸມປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73 ໄດ້ດຳເນີນແຕ່ວັນທີ 25 ກັນຍາ - ວັນທີ 01 ຕຸລາ, ຢູ່ນິວຢອກ ປະເທດ ອາເມລິກາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມ, ສືບຕໍ່ຢືນຢັນແນວທາງການພົວພັນຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ,

ນັ້ນແມ່ນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫລາຍ ຮູບ ຫລາຍແບບ ຫລາຍຝ່າຍ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເສີມຂະຫຍາຍບົດບາດຂອງ ຫວຽດນາມ ຢູ່ບັນດາກົນໄກຮ່ວມມືຫລາຍຝ່າຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: VGP) ຫົວເລື່ອງປຶກສາຫາລືທີ່ກອງປະຊຸມໃນປີນີ້ແມ່ນ: “ສ້າງສະຫະປະຊາຊາດ ເປັນທ່ສະໜິດຕິດແທດກັບທຸກຄົນກ່ວາ: ການຊີ້ນຳນຳພາທົ່ວໂລກ ແລະ ແບ່ງປັນຄວາມຮັບຜິດຊອບເພື່ອສັງຄົມສັນຕິພາບ, ຍຸຕິທຳ ແລະ ຍືນຍົງ”. ວາລະປຶກສາຫາລືຮ່ວມຂັ້ນສູງແມ່ນກາລະໂອກາດເພື່ອໃຫ້ບັນດາການນຳໃນທົ່ວໂລກເຕົ້າໂຮມກັນຢູ່ສຳນັກງານຂອງສະຫະປະຊາຊາດ, ປຶກສາຫາລືກ່ຽວກັບບັນດາບັນຫາທົ່ວໂລກ. ພິເສດແມ່ນ ເນັ້ນໜັກເຖິງບົດບາດສຳຄັນຂອງສະຫະປະຊາຊາດ ໃນການຮັບມືຕໍ່ບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ເປັນຕົ້ນແມ່ນໃນສະພາບການຂອງໂລກໃນປີຜ່ານມາ ໄດ້ເກີດການປະທະກັນເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ຄວາມບໍ່ສະເໝີພາບເພີ່ມຂຶ້ນ, ການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ…
TAG
VOV/VOVworld/ເວທີໄສຫລາຍຝ່າຍ/ສະຫະປະຊາຊາດ/ປຶກສາຫາລື
Related
More







