ອີຣານປັບປຸງຍຸດທະສາດການພົວພັນກັບຕ່າງປະເທດ, ເພີ່ມທະວີການຮ່ວມສຳພັນກັບລັດເຊຍ ແລະ ຈີນ
31/07/2020 07:49
(VOVWORLD) -ຕໍ່ໜ້າກຳລັງດັນອັນໃຫ່ຍຫຼວງຈາກການປ່ຽນແປງຢ່າງແຮງ ຂອງສະພາບພູມສາດການເມືອງທົ່ວໂລກ ກໍ່ຄືສິ່ງທ້າທາຍທີ່ໜັກໜ່ວງດ້ານເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ, ປະເທດອິດສະລາມອີຣານ ຖືກຖືວ່າ ພວມມີການປັບປຸງທີ່ໃຫ່ຍຫຼວງດ້ານຍຸດທະສາດການພົວພັນກັບຕ່າງປະເທດ ຊື່ງຮັກສາສະຖຽນລະພາບໄດ້ດີພໍສົມຄວນ ນັບແຕ່ຫຼັງການປະຕິວັດອິດສະລາມເມື່ອປີ 1979 ແມ່ນບໍ່ຮ່ວມສຳພັນກັບບັນດາປະເທດມະຫາອຳນາດ. ຕາມນັ້ນແລ້ວ, ອີຣານ ພວມຕັ້ງໜ້າຊຸກຍູ້ບັນດາສາຍພົວພັນ “ສະໜິດແໜ້ນທີ່ບໍ່ເຄີຍມີມາກ່ອນ” ກັບລັດເຊຍ ແລະ ຈີນ ຊື່ງແມ່ນ 2 ໃນຈຳນວນບັນດາປະເທດມາຫາອຳນາດທີ່ມີກຳລັງຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີອິດທິພົນອັນໃຫ່ຍຫຼວງໃນໂລກ.

ທ່ານປະທານາທິບໍດີລັດເຊຍ Vladimir Putin (ຂວາ) ແລະ ທ່ານປະທານາທິບໍດີອີຣານ Hassan Rouhani ເຈລະຈາທາງໂທລະສັບໃນວັນທີ 16/7 (ພາບ: Oana ) ການຊຸກຍູ້ການພົວພັນຢ່າງແໜ້ນແຟ້ນກັບ 2 ປະເທດກຳມະການປະຈຳ ສະພາຄວາມໝັ້ນຄົງ ສປຊ ທີ່ເຕັມໄປດ້ວຍສິດອຳນາດຄືລັດເຊຍ ແລະ ຈີນ ນັ້ນ, ໄດ້ຮັບການຕີລາຄາຈາກວົງການນັກໄຈ້ແຍກວ່າ ແມ່ນການຄິດໄລ່ຍຸດທະສາດຂອງອີຣານ ເພື່ອຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍຍຸດທະສາດ ແລະ ຜົນປະໂຫຍດຫລັກແຫຼ່ງຂອງຕົນ, ເປັນຕົ້ນແມ່ນການຟື້ນຟູພື້ນຖານເສດຖະກິດແຫ່ງຊາດ ທີ່ພວມຖືກທຳລາຍຢ່າງໜັກໜ່ວງ ຍ້ອນຄຳສັ່ງຂວ້ຳບາດສາກົນ ແລະ ໂລກລະບາດ.
TAG
VOV/VOVworld/ອີຣານ/ລັດເຊຍ ແລະ ຈີນ/Mohammad Javid Zarif/Sergey Lavrov/ທ່ານປະທານາທິບໍດີ/Vladimir Putin
Related








