ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງ
25/04/2026 07:53
[VOVWORLD] - ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການນຳທາງກະຊວງ ຈະມີຄວາມເປັນເຈົ້າການຢ່າງແທ້ຈິງ, ມີປະສິດທິຜົນກວ່າ, ຮັບປະກັນຄວາມຄືບໜ້າ, ຜັນຂະຫຍາຍບັນດາວຽກງານຂອງຂະແໜງໃຫ້ມີປະສິດທິຜົນຢ່າງແທ້ຈິງກວ່າ.

10_25-4_am_sang_thu_tuong_anh_1.jpg ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ ຕອນເຊົ້າວັນທີ 25 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່ຽວກັບໂຄງການ, ແຜນການໜ້າທີ່ຈຸດສຸມ, ຮີບດ່ວນທີ່ໄດ້ຮັບມອບໝາຍ. ກ່ຽວກັບບັນດາໜ້າທີ່, ມາດຕະການຈຸດສຸມ, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ ທາງກະຊວງຕ້ອງສຸມໃສ່ສ້າງສຳເລັດ, ຍື່ນສະເໜີປະກາດໃຊ້ບັນດາເອກະສານ, ແຜນຮ່າງໃນທັນທີ, ຄື: ດຳລັດວ່າດ້ວຍເລື່ອງບໍ່ເກັບຄ່າປື້ມຕຳລາຮຽນຊັ້ນການສຶກສາສາມັນ ແລະ ແຜນການບໍ່ເກັບຄ່າຮຽນ, ດຳລັດກຳນົດກ່ຽວກັບທຶນການສຶກສາແຫ່ງຊາດ; ແຜນຮ່າງການລົງທຶນກໍ່ສ້າງພື້ນຖານດ້ານວັດຖຸ ແລະ ຍົກສູງຄຸນນະພາບການເຄື່ອນໄຫວຂອງມະຫາວິທະຍາໄລໃຫຍ່ຈຳນວນໜຶ່ງຢູ່ ວິງ, ເຫ້ວ, ດ່ານັ້ງ, ຍາຈາງ, ກຸຍເຍີນ ໃຫ້ກາຍເປັນບັນດາສູນບຳລຸງສ້າງທີ່ມີຄວາມເຊື່ອຖືຢູ່ພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ການນຳທາງກະຊວງ ຈະມີຄວາມເປັນເຈົ້າການຢ່າງແທ້ຈິງ, ມີປະສິດທິຜົນກວ່າ, ຮັບປະກັນຄວາມຄືບໜ້າ, ຜັນຂະຫຍາຍບັນດາວຽກງານຂອງຂະແໜງໃຫ້ມີປະສິດທິຜົນຢ່າງແທ້ຈິງກວ່າ.
TAG
VOV/VOVWORLD/ສຶກສາ/ພື້ນຖານ/ວັດຖຸ
Related





