ຮັກສາສັນຕິພາບໂລກເບີ່ງຈາກການຕໍ່ຕ້ານລັດທິຟາດຊິດ
08/05/2020 07:34
(VOVWORLD) - ວັນທີ 9 ພຶດສະພາປີ 1945, ພາຍຫຼັງພຽງ 2,3 ວັນໃນຂະນະທີ່ທະຫານສຳພັນທະມິດຕີເອົາຊະນະກຳລັງຟາດຊິດອີຕາລີ, ຟາດຊິດເຢຍລະມັນ ກໍ່ໄດ້ປະກາດຍອມຈຳນົນກຳລັງທະຫານສຳພັນທະມິດ. ເຫດການນີ້ເປັນຂີດໝາຍແຫ່ງການຊຸດໂຊມຂອງລັດທິຟາດຊິດຢູ່ເອີລົບຢ່າງສີ້ນເຊີງ, ພາໄປເຖິງເລື່ອງຟາດຊິດຍີ່ປຸ່ນ ປະກາດຍອມຈຳນົນເມື່ອວັນທີ 2 ກັນຍາປີ 1945, ສິ້ນສຸດສົງຄາມໂລກຄັ້ງທີ 2 ຢ່າງເປັນທາງການ ດ້ວຍໄຊຊະນະແມ່ນເປັນຂອງກຳລັງທະຫານສຳພັນທະມິດ. ຝ່າຍຟາດຊິດຖືກປະລາໄຊ, ນັບສິບປະເທດໄດ້ຮັບການປົດປ່ອຍ ແລະ ປະຊາຊົນນັບຮ້ອຍລ້ານຄົນໄດ້ຮັບການກອບກູ້ເອົາຊີວິດ. ດ້ວຍໄຊຊະນະພິເສດດັ່ງກ່າວ, ວັນທີ 9 ພຶດສະພາຂອງແຕ່ລະປີ ໄດ້ຮັບການເຊີດຊູວ່າແມ່ນ “ວັນໄຊຊະນະ” ຢູ່ຫຼາຍປະເທດໃນໂລກ.

ທະຫານແດງລັດເຊຍ ກັບໄຊຊະນະຢູ່
TAG
VOV/VOVworld/ຮັກສາສັນຕິພາບໂລກ/ລັດທິຟາດຊິດ/ຟາດຊິດເຢຍລະມັນ/ສົງຄາມໂລກຄັ້ງທີ 2
Related








