VOV WorldVOV World
ກາ​ນ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ: ສານ ແລະ ສິ່ງ​ທ້າ​ທາຍຕ່າງໆ
26/08/2020 09:26
(VOVWORLD) -ພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາທິປະໄຕ ອາເມລິກາ 2 – 3 ວັນ, ວັນທີ 24 ສິງຫາ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກສາທາລະນະ ກໍຖືກດຳເນີນຢ່າງເປັນທາງການ, ເປັນສັນຍານບົ່ງບອກໃຫ້ຮູ້ເຖິງຄວາມວຸ້ນວາຍໃນການຊ່ວງເສັງເຂົ້າທຳນຽບຂາວ. ບັນດາສານທີ່ລະອຽດຈະແຈ້ງ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງປະເທດ ອາເມລິກາ ກໍໄດ້ຍົກອອກມາໃນບັ້ນຫາສຽງເລືອກຕັ້ງຄັ້ງຕ່າງໆ. ເຖິງຢ່າງໃດກໍຕາມ, ສິ່ງທ້າທາຍສຳລັບບັນດາຜູ້ສະໝັກເລືອກຕັ້ງ ແມ່ນຄືກັນ ແລະ ສິ່ງດັ່ງກ່າວໄດ້ເຮັດໃຫ້ໄລຍະທາງແຫ່ງການຊ່ວງເສັງໃນສະເພາະໜ້າ ຍິ່ງດຸເດືອດຫຼາຍຂຶ້ນ.
  ໃນ 10 ອາທິດສຸດທ້າຍຂອງບັ້ນຫາສຽງເລືອກຕັ້ງ, ກອງປະຊຸມໃຫຍ່ຂອງພັກສາທາລະນະ ຫຼື ພັກປະຊາທິປະໄຕ ແມ່ນໂອກາດອັນໃຫຍ່ຫຼວງທີ່ສຸດໃນປີເລືອກຕັ້ງ ເພື່ອສົ່ງສານເຖິງຜູ້ມີສິດເລືອກຕັ້ງ ກ່ຽວກັບຄຸນຄ່າ ແລະ ນະໂຍບາຍຂອງຜູ້ສະໝັກເລືອກຕັ້ງຂອງແຕ່ລະພັກ.
TAG
VOV/VOVworld/ເລືອກ​ຕັ້ງ/ປະ​ທາ​ນາ​ທິ​ບໍ​ດີ/ສິ່ງ​ທ້າ​ທາຍ/ຫາ​ສຽງ​ເລືອກ​ຕັ້ງ