ການພົວພັນຕ່າງປະເທດ ປີ 2019: ສະແດງໃຫ້ເຫັນຄຸນນະທາດ ແລະ ທີ່ຕັ້ງບົດບາດດ້ານການເມືອງ ຫວຽດນາມ
23/12/2019 14:00
(VOVWORLD) -ປີ 2019 ເປັນປີສ້າງຂີດໝາຍຫຼາຍເຫດການສໍາຄັນຂອງຂະແໜງການທູດຫວຽດນາມ. ໃນສະພາບການ ທີ່ພາກພື້ນ ແລະ ໂລກ ພວມມີການຜັນແປຫຼາຍຢ່າງ, ດ້ວຍຄວາມໄຫວພິບຂອງຕົນ, ຫວຽດນາມບັນລຸໄດ້ຜົນງານຫຼາຍຢ່າງທີ່ໜ້າພາກພູມໃຈ, ອັນໄດ້ສະແດງໃຫ້ເຫັນຄວາມປະທັບໃຈທາງດ້ານຄຸນນະທາດ ແລະ ທີ່ຕັ້ງບົດບາດດ້ານການເມືອງຂອງປະເທດຊາດຢ່າງຈະແຈ້ງ.

ບໍ່ພຽງແຕ່ປັບປຸງ ແລະ ເປີດກວ້າງຂອບເຂດການພົວພັນຕື່ມອີກກັບບັນດາຄູ່ຮ່ວມມືຫຼັກແຫຼ່ງ, ເພີ່ມທະວີການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ເພື່ອນມິດທີ່ເປັນມູນເຊື້ອ ເທົ່ານັ້ນ, ວຽກງານການພົວພັນຕ່າງປະເທດຂອງຫວຽດນາມ ໃນປີ 2019 ຍັງສ້າງຂີດໝາຍບາດລ້ຽວອັນໃຫຍ່ຫຼວງໃນເວທີປາໄສຫຼາຍຝ່າຍ ເມື່ອຍາດໄດ້ໄຊຊະນະໃນການເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021 ດ້ວຍຈໍານວນບັດສະໜັບສະໜູນສູງລະດັບສະຖິຕິ.
TAG
VOV/VOVworld/ກໍາມະການບໍ່ປະຈໍາການ/ສະພາຄວາມໝັ້ນຄົງ/ການທູດ/ຄຸນນະທາດ/ການເມືອງ
Related








